ຈີນ​ແລະ​ຍີ່​ປຸ່ນ​ຈະ​ຈັດ​ການ​ປຶກ​ສາ​ຫາ​ລື​ລະ​ດັບ​ສູງ​ກ່ຽວ​ກັບ​ວຽກ​ງານ​ທາງ​ທະ​ເລ​ຄັ້ງ​ທີ 11

2019-05-08 17:23:19 |ມາຈາກ: CRI

ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 7 ພຶດ​ສະ​ພາ​ນີ້, ທ່ານ​ເກີງ​ສວງ ໂຄ​ສົກ​ກະ​ຊວງ​ກາ​ນ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ໂດຍ​ຜ່ານ​ການ​ປຶກ​ສາ​ຫາ​ລື​, ຈີນ​ແລະ​ຍີ່​ປຸ່ນ​ຕົກ​ລົງ​ຈະ​ຈັດ​ການ​ປຶກ​ສາ​ຫາ​ລື​ລະ​ດັບ​ສູງ​ກ່ຽວ​ກັບ​ວຽກ​ງານ​ທາງ​ທະ​ເລ​ລະ​ຫວ່າງ​ຈີນ-​ຍີ່​ປຸ່ນຄັ້ງ​ທີ 11 ຢູ່ເມືອງ​ໂອ​ທະ​ຣຸ​ປະ​ເທດຍີ່​ປຸ່ນ​ແຕ່​ວັນ​ທີ 10 ຫາ​ວັນ​ທີ 11 ພຶດ​ສະ​ພາ​ນີ້. ເຈົ້າ​ໜ້າ​ທີ່​ພາກ​ສ່ວນ​ການ​ຕ່າງ​ປະ​ເທດ, ​ການປ້ອງ​ກັນ​ປະ​ເທດ, ການ​ປະ​ຕິ​ບັດ​ກົດ​ໝາຍ​ທາງ​ທ​ະ​ເລ​ແລະ​ການ​ຄຸ້ມ​ຄອງ​ທະ​ເລ​ຂອງ​ສອ​ງ​ຝ່າຍ​ຈະ​ເຂົ້າ​ຮ່ວມ.

ທ່ານ​ເກີງ​ສວງ ກ່າວ​ວ່າ, ການ​ປຶກ​ສາ​ຫາ​ລື​ລະ​ດັບ​ສູງ​ກ່ຽວ​ກັບ​ວຽກ​ງານ​ທາງ​ທະ​ເລ​ລະ​ຫວ່າງ​ຈີນ-ຍີ່​ປຸ່ນ​ແມ່ນ​ກົນ​ໄກ​ແລກ​ປ່ຽນ​ແລະ​ປະ​ສານ​ງານ​ສັງ​ລວມ. ຈີນ​ຫວັງ​ວ່າ​ຜ່ານ​ການແລກ​ປ່ຽນ​ຄວາມ​ເຫັນ​ກັບ​ຍີ່​ປຸ່ນ​ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ທີ່​ສອງ​ຝ່າຍ​ໃຫ້​ຄວາມ​ສົນ​ໃຈ​, ​ເປັນ​ການເພີ່ມ​ຄວາມ​ເຂົ້າ​ໃຈ​ແລະ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະ​ຫວ່າງ​ສອງ​ປະ​ເທດ.