ຈີນ​ມີ​ຄວາມ​ຈິງ​ໃຈ​ສືບ​ຕໍ່​ດຳ​ເນີນ​ການ​ປຶກ​ສາ​ຫາ​ລືດ້ານເສດ​ຖະ​ກິດ​ການ​ຄ້າກັບ​ອາ​ເມ​ຣິ​ກາ

2019-05-08 17:25:29 |ມາຈາກ: CRI

ວັນ​ທີ 7 ພຶດ​ສະ​ພາ​ນີ້​ໃນ​ເວ​ລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ທ່ານ​ລິວ​ເຮີ້ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນຈະ​ເດີນ​ທາງ​ໄປ​ອາ​ເມ​ຣິ​ກາ​ເພື່ອ​ດຳ​ເນີນ​ການ​ປຶກ​ສາ​ຫາ​ລື​ດ້ານ​ເສດ​ຖ​ະ​ກິດ​ການ​ຄ້າ, ທ່ານ​ເກີງ​​ສວງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ​ການເຄົ​າ​ລົບ​ນັບ​ຖື​ເຊິ່ງ​ກັນ​ແລະ​ກັນ​, ​ຄວາມສະ​ເໝີ​ພາບ​ກັນ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ແມ່ນ​ປັດ​ໄຈ​ເພື່ອ​ພື້ນ​ຖານ​ທີ່​ບັນ​ລຸ​ສັນ​ຍາ, ການ​​ຂຶ້ນ​ພາ​ສີ​ບໍ່​ສາ​ມາດ​ແກ້​ໄຂ​ບັນ​ຫາ​ໃດໆໄດ້. ຈີນ​ບໍ່​​ຫຼີກ​​ລ່ຽງ​ຄວາມ​ຂັດ​ແຍ້ງ​ກັນ, ແລະ​ມີ​ຄວາມ​ຈິງ​ໃຈ​ຕໍ່​ການ​ປຶກ​ສາ​ຫາ​ລື​ດ້ານ​ເສ​ດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ-​ອາ​ເມ​ຣິ​ກາ.

ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 7 ພຶດ​ສະ​ພາ​ນີ້, ທ່ານ​ເກີງ​ສວງ ກ່າວ​ວ່າ: “ຈີນ​ເຫັນໂດຍ​ຕະ​ຫຼອດ​ວ່າ, ​ການເຄົ​າ​ລົບ​ນັບ​ຖື​ເຊິ່ງ​ກັນ​ແລະ​ກັນ​, ​ຄວາມສະ​ເໝີ​ພາບ​ກັນ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ແມ່ນ​ປັດ​ໄຈ​ພື້ນ​ຖານເພື່ອ​ບັນ​ລຸ​ສັນ​ຍາ, ການ​ຂຶ້ນ​ພາ​ສີ​ບໍ່​ສາ​ມາດ​ແກ້​ໄຂ​ບັນ​ຫາ​ໃດໆ. ການ​ເຈ​ລະ​ຈາ​ກໍ​ຄື​ຂະ​ບວນ​ການ​ປຶກ​ສາ​ຫາ​ລື, ສອ​ງ​ຝ່າຍ​ມີ​ຄວາມ​ເຫັນ​ຂັດ​ແຍ້ງ​ກັນ​ເປັນ​ເລື່ອງ​ປົກ​ກະ​ຕິ, ຈີນ​ບໍ່​ຫຼີກ​ລ່ຽງ​ຄວາມ​ຂັດ​ແຍ້ງ​, ແລະ​ມີ​ຄວາມ​ຈິງ​ໃຈ​ສືບ​ຕໍ່​ດຳ​ເນີນ​ການ​ປຶກ​ສາ​ຫາ​ລື. ຈີນ​ຫວັງ​ໃຫ້​ອາ​ເມ​ຣິ​ກາ​​ສຸມຄວາມ​ພະ​ຍາ​ຍາມ​ຮ່ວມ​ກັນ​ກັບ​ຈີນ, ​ປະ​ຕິ​ບັດ​ຕາມ​ທິດ​ທາງ​ດຽວ​ກັນ​​ກັບ​ຈີນ​ບົນ​ພື້ນ​ຖານ​ການ​ເຄົາ​ລົບ​ນັບ​ຖື​ເຊິ່​ງ​ກັນ​ແລະ​ກັນ​ແລະ​ສະ​ເໝີ​ພາບ​ກັນ, ແກ້​ໄຂ​ຄວາມ​​ກັງ​ວົນ​ຂອງ​ແຕ່​ລະ​ຝ່າຍ​ຢ່າງສົມ​ເຫດ​ສົມ​ຜົນ, ພະ​ຍາ​ຍາມ​ບັນ​ລຸ​ສັນ​ຍາ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​.”