ສະ​ໜາມ​ກິ​ລາ​ແຫ່ງ​ຊາດກຳ​ປູ​ເຈຍ​ທີ່​ຈີນ​ຊ່ວຍ​ກໍ່​ສ້າງໄດ້​ສ້າງ​ໂຄງ​ຮ່າງ​ຫຼັກ​ສຳ​ເລັດ​ແລ້ວ

2019-05-13 16:30:17 |ມາຈາກ: CRI

ວັນ​ທີ 12 ພຶດ​ສະ​ພາ​ນີ້, ໂຄງ​ການ​ກໍ່​ສ້າງ​ສະ​ໜາມ​ກິ​ລາ​ແຫ່ງ​ຊາດ​ກຳ​ປູ​ເຈຍ​ທີ່​ລັດ​ຖະ​ບານ​ຈີນ​ຊ່ວຍ​ເຫຼືອ​ສ້າງ​ນັ້ນ​ໄດ້​ຈັດ​ພິ​ທີ​ສ້າງ​ໂຄງຮ່າງ​ຫຼັກ​ສຳ​ເລັດ​ຢູ່​ນະ​ຄອນ​ຫຼວງ​ພະ​ນົມ​ເປັນ​ປະ​ເທດ​ກຳ​ປູ​ເຈ​ຍ.

ທ່ານທອງ​ຄອນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ທ່ອງ​ທ່ຽວ​ກຳ​ປູ​ເຈຍ​ກ່າວ​ໃນ​ພິ​ທີ​ດັ່ງ​ກ່າວ​ວ່າ, ສະ​ໜາມ​ກິ​ລາ​ແຫ່ງ​ຊາດ​ກຳ​ປູ​ເຈຍ​ຈະ​ຊຸກ​ຍູ້​ການ​ພັດ​ທະ​ນາ​ພາ​ລະ​ກິດ​ກິ​ລາ​ແລະ​ວັດ​ທະ​ນະ​ທຳ​ຂອງ​ກຳ​ປູ​ເຈຍ, ແມ່ນ​ໂຄງ​ການ​ໜຶ່ງ​ທີ່​ມີ​ລັກ​ສະ​ນະ​ປະ​ຫວັດ​ສາດ, ໂຄງ​ການ​ດັ່ງ​ກ່າວເປັນ​ການ​ຢັ້ງ​ຢືນ​ເຖິງ​ມິດ​ຕະ​ພາບ​ລະ​ຫວ່າງ​ກຳ​ປູ​ເຈຍ​ກັບ​ຈີນ​ທີ່​ຂະ​ຫຍາຍ​ຕົວ​ຢ່າງ​ໝັ້ນ​ທ່ຽງ​ແລະ​ຍາວ​​ນານ.

ໂຄງ​ການ​ສະ​ໜາມ​ກິ​ລາ​ແຫ່ງ​ຊາດ​ກຳ​ປູ​ເຈຍ​ແມ່ນ​ບໍ​ລິ​ສັດ​ວິ​ສະ​ວະ​ກຳ​ສາ​ກົນ​ຈົ່ງ​ຢວນ​ຈີນ​ອອກ​ແບບ, ບໍ​ລິ​ສັດ​ຫຸ້ນ​ສ່ວນ​ກໍ່​ສ້າງ​ຈີນ​ຈຳ​ກັດ​ລົງ​ມື​ກໍ່​ສ້າງ, ​ໃນເນື້ອ​ທີ່​ກໍ່​ສ້າງ​ປະ​ມານ 82,000 ຕາ​ແມັດ, ສາ​ມາດ​ບັນ​ຈຸ​ຜູ້​ຊົມ 6 ໝື່ນ​ຄົນ. ໂຄງ​ການ​ດັ່ງ​ກ່າວ​ຈະ​ສ້າງ​ສຳ​ເລັດ​ໃນ​ທ້າຍ​ປີ 2020, ແລະ​ຈະ​ນຳ​ໃຊ້​ເປັນ​ສະ​ໜາມ​ກິ​ລາ​ຕົ້ນ​ຕໍ​ຂອງ​ງານ​ມະ​ຫະ​ກຳ​ກິ​ລາ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ປີ 2023.