ສະ​ຫະ​ພັນ​ວິ​ທະ​ຍາ​ສາດຫຼຸດ​ຜ່ອນ​ໄພ​ພິ​ບັດ​ສາ​ກົນ​ສຸມ​ໃສ່​ປ້ອງ​ກັນ​ແລະຫຼຸດ​ຜ່ອນ​ໄພ​ພິ​ບັດ​ທຳ​ມະ​ຊາດ​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”

2019-05-13 16:34:13 |ມາຈາກ: CRI

ສະ​ຫະ​ພັນ​ວິ​ທະ​ຍາ​ສາດຫຼຸດ​ຜ່ອນ​ໄພ​ພິ​ບັດ​ສາ​ກົນ ເຊິ່ງ​ແມ່ນ​ນັກ​ວິ​ທະ​ຍ​າ​ສາດ​ຈີນ​ລິ​ເລີ່ມ​ສ້າງ​ຕັ້ງໄດ້​​ຈັດ​ກອງ​ປະ​ຊຸມ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 12 ພຶດ​ສະ​ພາ​ນີ້ ໂດຍ​ຈະ​ສຸມ​ໃສ່​ການປ້ອງ​ກັນ​ແລະຫຼຸດ​ຜ່ອນ​ໄພ​ພິ​ບັດ​ທຳ​ມະ​ຊາດ​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ໃນ​ອະ​ນາ​ຄົດ ແລະ ຍົກ​ຄວາມ​ສາ​ມາດ​ການ​ປ້ອງ​ກັນ​ແລະຫຼຸດ​ຜ່ອນ​ໄພ​ພິ​ບັດ​ພ້ອມ​ທັງ​ຄວາມ​ສາ​ມາດ​ດ້ານ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ປະ​ເທດ​ແລະ​ເຂດ​ແຄວ້ນ​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”.

ເພື່ອ​ເລື່ອງ​ນີ້, ໃນ​ກອງ​ປະ​ຊຸມ​ວິ​ຊາ​ການ​ສາ​ກົນ​ວ່າ​ດ້ວຍ​ການ​ປ້ອງ​ກັນ​ແລະ​ຫຼຸດ​ຜ່ອນ​ໄພ​ພິ​ບັດ​ແລະ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ແຕ່​ວັ​ນ​ທີ 11 ຫາ 12 ພຶດ​ສະ​ພາ​ນີ້, ສະ​ຖາ​ບັນ​ຄົ້ນ​ຄວ້າ​ໄພ​ພິ​ບັດ​ແລະ​ສິ່ງ​ແວດ​ລ້ອມ​ເຂດ​ພູ​ດອຍ​ນະ​ຄອນ​ເຊິງ​ຕູ່​​ທີ່​ຂຶ້ນ​ກັບກະ​ຊວງ​ຊົນລະ​ປະ​ທານ​ແລະ​ສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ຈີນ, ວິ​ທະ​ຍາ​ໄລ​ສ້າງ​ສາ​ຄືນ​ໃໝ່​ຫຼັງ​ໄພ​ພິ​ບັດ​ຂອງມະ​ຫາ​ວິ​ທະ​ຍາ​ໄລ​ເສ​ສວນ ແລະ ສະ​ຖາ​ບັນ​ຄົ້ນ​ຄວ້າ​​ທໍ​ລະ​ນີ​​ສາດແລະ​ຊັ​ບ​ພະ​ຍາ​ກອນ​​ຂອງສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ຈີນ​​ໄດ້ຮ່ວມ​ກັນ​ລິ​ເລີ່ມ​ສ້າງ​ຕັ້ງ​ສະ​ຫະ​ພັນ​ວິ​ທະ​ຍ​າ​ສາດຫຼຸດ​ຜ່ອນ​ໄພ​ພິ​ບັດ​ສາ​ກົນ ໂດຍ​ການ​ເຂົ້າ​ຮ່ວມ​ຂອງອົງ​ການ​ຈັດ​ຕັ້ງ​ຄົ້ນ​ຄວ້າ​ວິ​ທະ​ຍ​ສາດ​ແລະ​ໂຮງ​ຮຽນ​ຊັ້ນ​ສູງ 30 ກວ່າ​ແຫ່ງ​ຈາກ​ຈີນ, ອີ​ຕາ​ລີ, ເນ​ປານ, ສີ​ລັງ​ກາ ແລະ ປາ​ກິດ​ສະ​ຖານ​ພ້ອມ​ດ້ວຍຫຼາຍ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ເຊັ່ນ: ສ​ະ​ຖາ​ບັນ​ຮັກ​ສາ​ດິນ​ແລະ​ນ້ຳ​ສາ​ກົນ, ສູນ​ພັດ​ທະ​ນາ​ເຂດ​ພູ​ດອຍ​​​ສັງ​ລວມສາ​ກົນ​ກໍ​ໄດ້ເຂົ້າ​ຮ່ວມ.