ແຂວງຢຸນນານຕັ້ງຫນ້າກໍ່ສ້າງເສັ້ນທາງດ່ວນ 3 ເສັ້ນໃຫ້ກາຍເປັນເສັ້ນທາງທີ່ງາມທີ່ສຸດ

2019-05-15 16:36:27 |ມາຈາກ: 云南日报

ແຂວງຢຸນນານຈະຕັ້ງຫນ້າກໍ່ສ້າງເສັ້ນທາງດ່ວນ 3 ເສັ້ນຄື: ເສັ້ນທາງດ່ວນຄຸນໝິງ-ຕ້າຫຼີ-ລີ້ຈ່ຽງ, ເສັ້ນທາງດ່ວນຄຸນໝິງ-ສິບສອງພັນນາຫ-ບໍ່ຫານ, ເສັ້ນທາງດ່ວນສະຫນາມບິນຊາງສຸຍໃຫ້ກາຍເປັນເສັ້ນທາງທີ່ງາມທີ່ສຸດ. ລຽບຕາມເສັ້ນທາງດ່ວນຄຸນໝິງ-ຕ້າຫຼີ-ລີ້ຈ່ຽງ, ເສັ້ນທາງດ່ວນຄຸນໝິງ-ສິບສອງພັນນາ-ບໍ່ຫານມີວັດທະນະທຳຊົນເຜົ່ານ້ອຍທີ່ມີສີສັນແລະຊັບພະຍາກອນວັດທະນະທຳຖະຫນົນບູຮານທີ່ຂົນຊາດ້ວຍມ້າ, ເຊິ່ງຈະຊ່ວຍປະກອບເປັນເສັ້ນທາງທີ່ສະແດງໃຫ້ພວກເຮົາສຳຜັດເຖິງລັກສະນະພິເສດຂອງວັດທະນະທໍາຊົນເຜົ່າ.

ນອກຈາກນັ້ນ, ເສັ້ນທາງດ່ວນສະໜາມບິນຊາງສຸຍຈະກໍ່ສ້າງພາບທິວທັດ 3 ຢ່າງກໍຄື “ເມືອງລະດູບານໃໝ່” “ພາກໃຕ້ກ້ອນເມກ” “ການເຕັ້ນລຳຂອງດອກໄມ້” ເພື່ອຍົກລະດັບຄຸນນະພາບສິ່ງແວດລ້ອມສີຂຽວໃຫ້ສວຍງາມ.

ໃນປັດຈຸບັນ, ແຂວງຢຸນນານໄດ້ເລີ່ມຕົ້ນວຽກງານການປັບປຸງສິ່ງແວດລ້ອມແລະຄວາມສວຍງາມຂອງສິ່ງແວດລ້ອມສີຂຽວຂອງເສັ້ນທາງດ່ວນ 3 ເສັ້ນທາງ, ພະຍາຍາມແກ້ໄຂບັນຫາຂອງ "ຂີ້ເຫຍື້ອຊະຊາຍ" ກ່ອນທ້າຍປີ, ບັນລຸຜົນສຳເລັດການດັດແປງຍົກລະດັບພາບທິວທັດຢ່າງຮອບດ້ານ, ແລະບັນລຸຜົນສຳເລັດການກໍ່ສ້າງເສັ້ນທາງສີຂຽວໃນປີ 2020.