ໄຂ​ເວທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ສື່ມວນ​ຊົນ​ຈີນ-ອາ​ຊຽນ 2019 ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ

2019-05-15 17:41:47 |ມາຈາກ: CRI


ຕາມ​ຂ່າວCRI: ວັນ​ທີ 14 ພຶດ​ສະ​ພາ​ນີ້, ​ເວທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ສື່ມວນ​ຊົນ​ຈີນ-ອາ​ຊຽນ 2019 ​​ໄດ້​ໄຂ​ຂຶ້ນຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງຂອງ​ຈີນ. ຫົວ​ຂໍ້​ຫຼັກ​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ຄັ້ງ​ນີ້​ແມ່ນ “ໄລ​ຍະ​ໃໝ່ ທ່າອ່ຽງ​ໃໝ່ ການ​ຮ່ວມ​ມື​ໃໝ່”, ຜູ້​ຕາງ​ໜ້າ​ທີ່​ໄດ້​ເຂົ້າ​ຮ່ວມ​​ຄັ້ງ​ນີ້​ໄດ້ປຶກສາ​ຫ​າ​ລື 2 ຫົວ​ຂໍ້​ຄື “​ສ້າງປະ​ຫວັດ​ສາດ​ໜ້າ​ໃໝ່​ດ້ານ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​” ແລະ “ສ້າງ​ອະ​ນາ​ຄົດ​ໃໝ່​ດ້ານ​ການ​ພັດ​ທະ​ນາ​ທີ່​ມີ​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ”.

ທ່ານ​ກົວ​ເວີ້ຍ​ໝິນ, ຮອງ​ຫົວ​ໜ້າ​ຫ້ອງ​ການຖະ​ແຫຼງ​ຂ່າວລັດ​ຖະ​ບານ​ຈີນ​ກ່າວ​ໃນ​ພິ​ທີ​ເປີດ​ວ່າ, ຈີນ​ຍິນ​ດີ​ຮ່ວມ​ກັນ​ກັບ​ອາ​ຊຽນ, ຖື​ການ​ຈັດ​ປີ​ແລກ​ປ່ຽນ​ດ້ານ​ສື່ມວນ​ຊົນ​ຈີນ-ອາ​ຊຽນຮ່ວມ​ກັນ​ເປັນ​ໂອ​ກາດ​ໃໝ່, ເພີ່ມ​ທະ​ວີ​ການ​ຮ່ວ​ມ​ມື​ແລະ​ການ​ແລກ​ປ່ຽນ​ດ້ານ​ສື່ມວນ​ຊົນ​ລະ​ຫວ່າງ​ສອງ​ຝ່າຍ, ຊຸກ​ຍູ້​ການ​ເຊື່ອມ​ໂຍງ​​ດ້ານ​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ, ລົງ​ເລິກ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ​ສອງ​ຝ່າຍ.

ທ່ານ​ທອງ​ຫຼໍ່ ດວງ​ສະ​ຫວັນ,ຫົວ​ໜ້າ​ບັນ​ນາ​ທິ​ການ​ໃຫຍ່​ໜັງ​ສື​ພິມ"ພ​າ​ສາ​ຕ່າງ​ປະ​ເທດ"ຂອງ​ປະ​ເທດ​ລາວ​ກ່າ​ວ​ວ່າ,​ສື່ມວນ​ຊົນ​ຂອງປະ​ເທດ​ສະ​ມາ​ຊິກອາ​ຊຽນ​ແລະ​ຈີນ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ສຳ​ຄັນ​ເຂົ້າ​ໃນ​ການ​ຊຸກ​ຍູ້​ແລະ​ເພີ່ມ​ທະ​ວີ​ການ​ລາຍ​ງານ​ແລະ​ການ​ແລ​ກ​ປ່ຽນ​​ກ່ຽວ​ກັບ​ການ​ພັດ​ທະ​ນາ​ດ້ານເສດ​ຖະ​ກິດ,ການ​ເມືອງ, ສັງ​ຄົມ​ແລະ​ວັດ​ທະ​ນະ​ທຳ,ເຊິ່ງ​ເຮັດ​ໃຫ້​ພາຍ​ໃນ​ອາ​ຊຽນ​ແລະ​ທົ່ວ​ປະ​ຊາ​ຄົມ​ໂລກ​ລ້​ວນ​ແຕ່​ມີ​ຄວາມ​ເຂົ້າ​ໃຈ​ແລະ​ຮັບ​ຮູ້ຢ່າງ​ເລິກ​ເຊິ່ງກວ່າ​ເກົ່າຕໍ່​ອາ​ຊຽນ.

ເວ​ທີ​ປຶກ​ສາ​ຫາ​ລື​ຄັ້ງ​ນີ້​ຈັດ​ຂຶ້ນ​ໂດຍ​ກົມ​ພ​າ​ສາ​ຕ່າງ​ປະ​ເທດ​ຈີນ,ຄະ​ນະ​ທູດ​ຈີນ​ປະ​ຈຳ​ອາ​ຊຽນ​ແລະສູນ​ຈີນ-ອາ​ຊຽນ.