ງານ​ມະ​ຫະ​ກຳວັດ​ທະ​ນະ​ທຳ​ອາ​ຊີ​ໄດ້​ຈັດ​ຂຶ້ນ​ຢູ່​ຮັງ​ນົກ

2019-05-16 17:14:15 |ມາຈາກ: CRI

ໃນ​ຖາ​ນະ​ເປັນ​ໜຶ່ງ​ໃນ​ກິດ​ຈະ​ກຳ​ສຳ​ຄັນ​ຂອງກອງ​ປະ​ຊຸມ​ສົນ​ທະ​ນາ​ອາ​ລະ​ຍະ​ທຳ​ອາ​ຊີ, ​ງານ​ມະ​ຫະ​ກຳວັດ​ທະ​ນະ​ທຳ​ອາ​ຊີ​ ທີ່​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູ​ນ​ກາງ​ຈີນ​ເປັນ​ເຈົ້າ​ພາບ​ຈັດ​ຂຶ້ນ ໄດ້​ຈັດ​ຂຶ້ນ​ຢູ່​ “ຮັງ​ນົກ” ສະ​ໜາມ​ກິ​ລາ​ແຫ່ງ​ຊາດ​ຈີນ​ໃນ​ຕອນ​ຄ່ຳ​ວັນ​ທີ 15 ພຶດ​ສະ​ພາ​ນີ້ ໂດຍ​ມີ​ສິ​ລະ​ປິນ​ດີ​ເດັ່ນ ແລະ ຜູ້​ແທນ​ຊາວ​ໜຸ່ມ​ຈາກ​ບັນ​ດາ​ປະ​ເທດ​ອາ​ຊີ​ໄດ້​ສະ​ແດງ​ຮີດ​ຄອງ​ປະ​ເພ​ນີ ແລະ ເອ​ກະ​ລັກ​ວັດ​ທະ​ນະ​ທຳ​ຂອງ​ຊົນ​ເຜົ່າ​ຕ່າງໆ​ໃນອາ​ຊີ.

ງານ​ມະ​ຫະ​ກຳ​ຄັ້ງ​ນີ້​ເປັນ​ການລວມ​ສູນ​ການ​ສະ​ແດງ​ຕ່າງໆ ເຊັ່ນ: ຮ້ອງ​ເພງ​ຮວມ​ໝູ່, ການ​ຟ້ອນ, ດົນ​ຕີ​ປະ​ເພດ​ຕີ, ງິ້ວ​ປັກ​ກິ່ງ, ອູ​​ຊູ້ ແລະ ອື່ນໆ ເຊິ່ງໄດ້​ສ່ອງ​ແສງ​​ໃຫ້​ເຫັນເຖິງວັດ​ທະ​ນະ​ທຳ​ອາ​ຊີ​ທີ່​ມີຄວາມຫຼາກຫຼາຍ​, ​ທັງສ່ອງ​ແສງ​​ເຖິງການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ລະ​ຫວ່າງວັດ​ທະ​ນະ​ທຳ​ຕາ​ເວັນ​ອອກ​ກັບ​ຕາ​ເວັນ​ຕົກ. ​ງາ​ນ​ມະ​ຫະ​ກຳ​ຄັ້ງ​ນີ້​ບໍ່​ພຽງ​ແຕ່​ໄດ້​ເປັນ​ຂົວ​ມິດ​ຕະ​ພາບ​ສຳ​ລັບ​ສິ​ລະ​ປິນ​ຂອງ​ບັນ​ດາ​ປະ​ເທດ​ເທົາ​ນັ້ນ, ​ຍັງກາຍ​ເປັນ​​ສາຍ​ໃຍ​ຜູກ​ພັນ​ເພື່ອ​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ​ລະ​ຫວ່າງ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ອາ​ຊີ ແລະ ​ເປັນ​ການ​ເພີ່ມ​ພູນ​ຄູນ​ສ້າງ​ມູນ​ເຊື້ອ​ມິດ​ຕະ​ພາບ​ເຊິ່ງ​ກັນ​ແລະ​ກັນ.