ຈີນ​ດຶງ​ດູດການ​ລົງທຶນ​ຂອງ​ຕ່າງປະ​ເທດ​ເພີ່ມ​ຂຶ້ນ 6,4%

2019-05-17 16:59:07 |ມາຈາກ: CRI

ກະຊວງ​ການ​ຄ້າ​ຈີນ​ປະກາດ​ໃນ​ວັນ​ທີ 16 ພຶ​ດສະພາ​ນີ້​ວ່າ ​ແຕ່​ເດືອນ​ມັງກອນ​ຫາ​ເດືອນ​ເມສາ​ປີ​ນີ້, ​ມີ​ວິ​ສາ​ຫະກິດຕ່າງປະ​ເທດ​ສ້າງຕັ້ງຂຶ້ນ​ໃໝ່​ໃນ​ຈີນ​ເຖິງ 13.000 ກວ່າ​ແຫ່ງ, ມີ​ເງິນ​ລົງທຶນຫຼາຍກວ່າ 305,2 ຕື້​ຢວນ ​ເພີ່ມ​ຂຶ້ນ 6,4% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີຜ່ານມາ. ອຸດສາຫະກຳ​ການ​ຜະລິດ​ ​ແລະ ການ​ບໍລິການ ທີ່​ມີ​ເຕັກນິກ​ສູງ​ໄດ້​ຮັກສາ​ຈັງຫວະ​ການ​ເຕີບ​ໂຕ​ອ່າວ​ສູງ. ທ່ານ​ກ່າວ​ເຟິ່ງ ​ໂຄສົກ​ກະຊວງ​ການ​ຄ້າ​ຈີນ ກ່າວ​ວ່າ: ​ໃນ​ນີ້, ອຸດສາຫະກຳ​ການ​ຜະລິດ​ເອ​ເລັກ​ໂຕຣນິກ​ແລະ​ອຸປະກອນ​ການ​ສື່ສານ, ອຸດສາຫະກຳ​ການ​ຜະລິດ​ຄອມ​ພິວ​ເຕີ​ແລະ​ອຸປະກອນ​ໃຊ້​ຫ້ອງການ​​ມີ​ເງິນ​ລົງທຶນ​ຂອງ​ຕ່າງປະ​ເທດ​ຕ່າງ​ເພີ່ມ​ຂຶ້ນ 38,7% ​ແລະ 45,8% ຕາມ​ລຳດັບ. ຂະນະ​ທີ່​ການ​ບໍລິການ​ຂໍ້​ມູນ​ຂ່າວສານ, ການ​ບໍລິການ​ດ້ານ​ການ​ອອກ​ແບບ​ແລະ​ຄົ້ນຄວ້າ-ຜະລິດ ​ແລະ ການ​ບໍລິການ​ການ​ປັບ​ໃຊ້​ວິທະຍາສາດ​ເຕັນນິກ​ໃຫ້​ເປັນ​ປະ​ໂຫຍ​ດ ຕ່າງ​ໄດ້​ເພີ່ມ​ຂຶ້ນ 57,4%, 49,1% ​ແລະ 96,3% ຕາມ​ລຳດັບ.ນອກ​ນີ້, ທ່ານ​ກ່າວ​ເຟິ່ງ ຍັງ​ກ່າວ​ຕື່ມ​ວ່າ: ​ໃນ​ປະ​ເທດ​ທີ່​ເປັນ​ແຫຼ່ງທຶນ​ຕົ້ນຕໍ​​ໃນ​ການ​ລົງທຶນ​ຢູ່​ຈີນ​ເພີ່ມ​ຂຶ້ນໃນ 4 ​ເດືອນ​ທຳ​ອິດ​ຂອງ​ປີ​ນີ້ ​ໄດ້​ແກ່ ສ.​ເກົາຫຼີ, ຍີ່ປຸ່ນ, ອາ​ເມຣິກາ, ​ເຢຍລະ​ມັນ ​ແລະ​ປະ​ເທດ​ອື່ນໆ​.