ສັນ​ຍາ​ການ​ລົງ​ທຶນລະ​ຫວ່າງ​ຮົງ​ກົງ​ກັບ​ອາ​ຊຽນ​ຈະ​ມີ​ຜົນ​ບັງ​ຄັບ​ໃຊ້​ໃນ​ເດືອນ​ໜ້ານີ້

2019-05-17 17:02:06 |ມາຈາກ: CRI

ໂຄ​ສົກ​ອົງ​ການ​ປົກ​ຄອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ ສ​ປ ຈີນ​ຖະ​ແຫຼງ​ໃນ​ວັນ​ທີ 16 ພຶດ​ສະ​ພາ​ນີ້​ວ່າ: ​ໃນ​ສັນ​ຍາ​ການ​ລົງ​ທຶນ​ຮົງ​ກົງ-​ອາ​ຊຽນ, ​ໃນ​ສ່ວນ​ທີ່​ພົວ​ພັນລະ​ຫວ່າງ​ຮົງ​ກົງ​ກັບ​ລາວ, ມຽນ​ມາ, ສິງ​ກະ​ໂປ, ໄທ​ແລະ​ຫວຽດ​ນາມ ​ຈະມີ​ຜົນ​ບັງ​ຄັບ​ໃຊ້​ໃນ​ວັນ​ທີ 17 ເດືອນ​ມິ​ຖຸ​ນາ​ໜ້າ​ນີ້.

ພາຍຫຼັງ​ສັນ​ຍາ​ດັ່ງ​ກ່າວ​ເກີດ​ມີ​ຜົນ​ບັງ​ຄັບ​ໃຊ້​ແລ້ວ, ລາວ, ມຽນ​ມາ, ສິງ​ກະ​ໂປ, ໄທ​ແລະ​ຫວຽດ​ນາມ​ຈະ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ທີ່​ຍຸ​ຕິ​ທຳ​ແລະ​ທ່ຽງ​ທຳ​​ຕໍ່​ວິ​ສາ​ຫະ​ກິດ​ຮົງ​ກົງ​ໃນ​ການ​ລົງ​ທຶນ​ຢູ່​ປະ​ເທດ​ຕົນ ໂດຍ​ຈະ​ໃຫ້​ການ​ປົກ​ປ້ອງ​ແລະ​ຮັບ​ປະ​ກັນ​ແກ່​ຜູ້​ລົງ​ທຶນ ທັງ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ ການ​ລົງ​ທຶນ​ແລະ​ຜົນ​ກຳ​ໄລ່​ສາ​ມາດ​ໂອນ​ໄດ້​ຢ່າງ​ເສ​ລີ. ​ໃນ​ກໍ​ລະ​ນີ​ທີ່​ໂຄງ​ການ​ລົງ​ທຶນ​ຖືກ​ເວນ​ຄືນຫຼື​ໄດ້​ຮັບ​ຜົນ​ເສຍ​ຫາຍ​ຈາກ​ເຫດ​ການ​ຕ່າງໆ​ເຊັ່ນ: ສົງ​ຄາມ, ການ​ປະ​ທະ​ກັນ​ທາງ​ການ​ທະ​ຫານ​ແລະ​ອື່ນໆ​ນັ້ນ, 5 ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ດັ່ງ​ກ່າວຕ້ອງ​ໃຫ້​ການ​ຊົດ​ເຊີຍ​ທີ່​ກ່ຽວ​ຂ້ອງ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ຮົງ​ກົງ​ທີ່​ລົງ​ທຶນ​ຢູ່​ປະ​ເທດ​ຕົນ​ນັ້ນ​ຕາມ​ຂໍ້​ຕົກ​ລົງທີ່​ສອງ​ຝ່າຍ​​ເຫັນ​ດີ​ນຳ​ກັນ​ແລະ​ລະ​ບຸ​ໄວ້​ໃນ​ສັນ​ຍາ​ການ​ລົງ​ທຶນ.

ນອກ​ນີ້, ໃນ​ສັນ​ຍາ​ການ​ຄ້າ​ເສ​ລີ​ຮົງ​ກົງ-​ອາ​ຊຽນ, ​​ໃນສ່ວນ​ທີ່​ພົວ​ພັນລະ​ຫວ່າງ​ຮົງ​ກົງ​ກັບ​ລາວ, ມຽນ​ມາ, ສິງ​ກະ​ໂປ, ໄທ​ແລະ​ຫວຽດ​ນາມ​​ນັ້ນຈະ ​ມີ​ຜົນ​ບັງ​ຄັບ​ໃຊ້​ໃນ​ວັນ​ທີ 11 ມິ​ຖຸ​ນາ​ນີ້.