ກອງ​ປະ​ຊຸມ​ອະ​ນາ​ໄມ​ໂລກຄັ້ງ​ທີ 72 ຈັດ​ຂຶ້ນ​ຢູ່​ສະ​ວິ​ສ

2019-05-21 17:28:12 |ມາຈາກ: CRI

ກອງ​ປະ​ຊຸມ​​ອົງ​ການອະ​ນາ​ໄມ​ໂລກຄັ້ງ​ທີ 72 ໄດ້​​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ເຊີ​ແນວ​​ປະ​ເທດສະ​ວິ​ສໃນ​ວັນ​ທີ 20 ພຶດ​ສະ​ພາ​ນີ້ ໂດຍ​ຈະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຫົວ​ຂໍ້ “ສຸ​ຂະ​ພາບ​​ທົ່ວ​ປວງ​ຊົນ:ບໍ່​ປະ​ຖິ້ມ​ຜູ້​ໃດ”,​ເພື່ອຊຸກ​ຍູ້​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ສຸ​ຂະ​ພາບ​​ທົ່ວ​ປວງ​ຊົນ​ໃຫ້​ໄດ້ 100%,ຊຸກ​ຍູ້​ໃຫ້ບັນ​ດາ​ປະ​ເທດ​ໃນ​ໂລກຈັດ​ຕັ້ງ​ປະ​ຕິ​ບັດ​ສຸ​ຂະ​ພາບ​ທົ່ວ​ປວງ​ຊົນ​ໃຫ້​ໄດ້ 100%​ ດ້ວຍ​ການ​ກະ​ທຳ​ຕົວ​ຈິງ.

ກອງ​ປະ​ຊຸ​ມ​ຄັ້ງ​ນີ້​ຈະ​ຈັດ​ຂຶ້ນ​​​ແຕ່​ວັນ​ທີ 20 ຫາ​ວັນ​ທີ 28 ພຶ​ດ​ສະ​ພາ​ນີ້. ຕາມ​ວາ​ລະ​ປະ​ຊຸມ,ນອກ​ຈາກ​ປຶກ​ສາ​ຫາ​ລື​​ກ່ຽວ​ກັບບັນ​ຫາການ​ຮັກ​ສາ​ສຸ​ຂະ​ພາບ​​ໃນ​ເບື້ອງ​ຕົ້ນ​ແລ້ວ,ກອງ​ປະ​ຊຸມ​ຍັງ​ຈະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ຫາ​ທີ່​ລະ​ອຽດ​ຕ່າງໆ​ເຊັ່ນ: ​ການ​ເຂົ້າ​ເຖິງ​ຢຸກ​ຢາ​ແລະ​ຢາ​ວັກ​ແຊັງ,ອາ​ການ​ດື້​ຢາ​ຕ້ານ​ເຊື້ອ​ຈຸ​ລິນ​ຊີແລະ​ບັນ​ຫາ​ອື່ນໆ,ຈັດ​ຕັ້ງ​ປະ​ຕິ​ບັດ​ສຸ​ຂະ​ພາບ​ທົ່ວ​ປວງ​ຊົນ​ໃຫ້​ໄດ້​100% ດ້ວຍ​ການ​ກະ​ທຳ​ຕົວ​ຈິງ. ນອກ​ນີ້,ກອງ​ປະ​ຊຸມ​ຍັງ​ຈະ​ໃຫ້​ຄວາມ​ສຳ​ຄັນ​​ຕໍ່​ລະ​ດັບ​ຄວາມ​ໂປ່ງ​ໃສ​ຂອງ​ລາ​ຄາ​ຢາ,ຢາ​ວັກ​ແຊັງ​ແລະ​ຜະ​ລິດ​ຕະ​ພັນ​ການ​ແພດແລະ​ບັນ​ຫາ​ອື່ນໆ.

ໃນ​​ວາ​ລະ​ດຳ​ເນີນກອງ​ປະ​ຊຸມ, 5 ປະ​ເທດ​ຄື​ຈີນ​ແລະ​ 4 ປະ​ເທດ​ອື່ນ​ໆ​ໄດ້​ຮ່ວມ​ກັນ​ຈັດ​ກອງ​ປະ​ຊຸມຕ່າງໆພາຍ​ໃຕ້​ຫົວ​ຂໍ້ “ການ​ຮັກ​ສາ​ສຸ​ຂະ​ພາບ​​ແລະ​ການ​ອະ​ນາ​ໄມ​ໃນ​ເບື້ອງ​ຕົ້ນ​ກ້າວ​ໄປ​ເຖິງ​ການ​ຮັກ​ສາ​ສຸ​ຂະ​ພາບ​ທົ່ວ​ປວງ​ຊົນ​ໃຫ້​ໄດ້ 100% ແລະ​ເປົ້າ​ໝາຍ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ” ໂດຍ​ມີທ່ານ ໝ້າ​ສຽວ​ເຫວີຍ ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ສຸ​ຂະ​ພາບ​ແລະ​ອະ​ນາ​ໄມ​ແຫ່ງ​ຊາດ​ຈີນ​ເຂົ້າ​ຮ່ວມ​ແລະ​ກ່າວ​ຄຳ​ປາ​ໄສ​ທີ່​ສຳ​ຄັນໃນ​ກອງ​ປະ​ຊຸມ.