ສຳຜັດກັບປະສົບການດ້ານເສດຖະກິດດິຈິຕອນໃນງານວາງສະເເດງສິນຄ້າອາຊີໃຕ້-ອາຊີຕາເວັນອອກສຽງໃຕ້ ເເລະ ກອງປະຊຸມປຶກສາຫາລືດ້ານການຄ້າການລົງທຶນປີ 2019

2019-05-22 17:12:05 |ມາຈາກ: Yunnan Gateway

ບໍ່ດົນມານີ້, ອີງຕາມຂໍ້ມູນ, ການຈັດວາງຫໍວາງສະແດງໃນງານວາງສະເເດງສິນຄ້າອາຊີໃຕ້-ອາຊີຕາເວັນອອກສຽງໃຕ້ ເເລະ ກອງປະຊຸມປຶກສາຫາລືດ້ານການຄ້າການລົງທຶນປີ 2019 ມີຈຸດພົ້ນເດັ່ນຫລາຍຂຶ້ນ,ແລະ ການສຳຜັດປະສົບການດ້ານເສດຖະກິດດິຈິຕອນ ແລະ ເຕັກນິກອິນເຕີເນັດ 5G ຈະມີສີສັນຍິ່ງຂຶ້ນ.

ງານວາງສະເເດງສິນຄ້າອາຊີໃຕ້-ອາຊີຕາເວັນອອກສຽງໃຕ້ ເເລະ ກອງປະຊຸມປຶກສາຫາລືດ້ານການຄ້າການລົງທຶນປີ 2019 ຄັ້ງນີ້ມີຫໍວາງສະແດງ 17 ຫໍ,ເຊິ່ງລວມມີ: ຫໍອາຫານສີຂຽວ,ຫໍອາຊີຕາເວັນອອກສຽງໃຕ້(ມີ 2ຫໍ),ຫໍອາຊີໃຕ້(ມີ 2ຫໍ),ຫໍຕ່າງປະເທດ,ຫໍການທ່ອງທ່ຽວແລະວັດທະນະທຳ,ຫໍວັດທະນະທຳໄມ້ ແລະອື່ນໆ, ມີຮ້ານວາງສະແດງມາດຕະຖານປະມານ 7500 ຮ້ານ. ເນື້ອທີ່ໃນການວາງສະແດງປະມານ 170000 ຕາແມັດ, ງານວາງສະເເດງຄັ້ງນີ້ມີຫໍທີ່ໄດ້ຮັບການກໍ່ສ້າງເປັນຫໍທຳອິດຄື: ຫໍການຮ່ວນມືການລົງທຶນ“ໜຶ່ງແລວ ໜຶ່ງເສັ້ນທາງ”,ຫໍພະລັງງານສີຂຽວ, ຫໍຜະລິດຕະພັນນິເວດປ່າໄມ້ ແລະ ເຂດວາງສະແດງດິຈິຕອນຢຸນນານ.

ນອກຈາກນັ້ນ, ງານວາງສະເເດງສິນຄ້າອາຊີໃຕ້-ອາຊີຕາເວັນອອກສຽງໃຕ້ ເເລະ ກອງປະຊຸມປຶກສາຫາລືດ້ານການຄ້າການລົງທຶນປີ 2019 ຄັ້ງນີ້ຈະອຳນວຍຄວາມສະດວກໃນການຊື້ບັດ ແລະ ການເຂົ້າສູ່ງານວາງສະແດງຫລາຍຂຶ້ນ.ເຊິ່ງພາຍໃນງານຈະດຳເນີນການກວດບັດອິເລັກໂຕຣນິກ,ແລະ ຜູ້ຊົມສາມາດໃຊ້ລະຫັດ QR ໃນໂທລະສັບມືຖືເພື່ອສະແກນລະຫັດ. ພ້ອນກັນນັ້ນ, ການຊື້ບັດທາງອອນລາຍສາມາດເຮັດໄດ້ຜ່ານເວັບໄຊງານວາງສະເເດງ, ບັນຊີສາທາລະນະ WeChat, ແລະອື່ນໆ, ສ່ວນການຈ່າຍເງິນອອນລາຍສາມາດເຮັດໄດ້ຜ່ານ WeChat ແລະ Alipay.