ຈີນ​ຈະ​ສົ່ງ​ດາວ​ທຽມ​ເປີຍ​ໂຕ 6-8 ດວງ​ກ່ອນ​ທ້າຍ​ປີນີ້

2019-05-23 18:39:02 |ມາຈາກ: CRI

ກອງ​ປ​ະ​ຊຸມ​ປະ​ຈຳ​ປີ​ກ່ຽວ​ກັບ​ການ​ນຳ​ທາງ​ດ້ວຍ​ດາວ​ທຽມ​ຈີນ​ຄັ້ງ​ທີ 10 ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 22 ພຶດ​ສະ​ພານີ້​​ໄດ້ລາຍ​ງານ​ວ່າ: ກ່ອນ​ທ້າຍ​ປີນີ້, ຈີນ​ຍັງ​ຈະ​ສົ່ງ​ດາວ​ທຽມ​ເປີຍ​ໂຕ 6-8 ດວງ ເພື່ອ​ຍົກ​ສະ​ມັດ​ຕະ​ພາບ​ຂອງ​ລະ​ບົບ​ເປີຍ​ໂຕ​ໃຫ້​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດຢັ້ງ, ສ້າງ​ລະ​ບົບ​ການ​ນຳ​ທາງ​​ດ້ວຍ​ດາວ​ທຽມ​ລະ​ດັບ​ໜຶ່ງ​ຂອງ​ໂລກ​ໃຫ້​ສຳ​ເລັດ​ໃນ​ປີ 2020 ແລະ​ໃຫ້​ການ​ບໍ​ລິ​ການ​ທີ່​ມີ​ຄຸນ​ນະ​ພາບ​​ສູງກວ່າ​ເກົ່າ.

ລະ​ບົບ​ເປີຍ​ໂຕ​ແມ່ນ​ພື້ນ​ຖານ​ໂຄງ​ລ່າງ​ທາງອ​ະ​ວະ​ກາດ​ທີ່​ສຳ​ຄັນ​ຂອງ​​ຈີນ, ນັບ​ແຕ່​ການ​ສ້າງ​ລະ​ບົບ​ເປີຍ​ໂຕ 3 ຂັ້ນ​ພື້ນ​ຖານ​ຢ່າງ​ສຳ​ເລັດ​​ຜົນໃນ​ທ້າຍ​ປີ 2018 ເປັນ​ຕົ້ນ​ມາ, ​ການ​ປະ​ຕິ​ບັດ​ວຽກ​​ງານ​ມີ​ຄວາມ​ໝັ້ນ​ທ່ຽງ​ແລະ​ຕໍ່​ເນື່ອງ. ປັດ​ຈຸ​ບັນ, ລະ​ບົບ​ເປີຍ​ໂຕ​ໄດ້​ເຂົ້າ​ສູ່​ຍຸກ​ໃຫ້​ບໍ​ລິ​ການ​ທົ່ວ​ໂລກ, ອຸດ​ສາ​ຫະ​ກຳ​ການ​ນຳ​ໃຊ້​ກໍ​ໄດ້​ພັດ​ທະ​ນາ​ຢ່າງວ່ອງ​ໄວ.