ກອງປະຊຸມການທ່ອງທ່ຽວອັດສະລິຍະສາກົນຢຸນນານປີ 2019ແລະກອງປະຊຸມນິເວດດິຈິຕອນທົ່ວໂລກບໍລິສັດເທັນເຊັ້ນ ໄດ້ເປິດຂຶ້ນຢູ່ນະຄອນຄຸນໝິງແຂວງຢຸນນານ

2019-05-24 17:17:22 |ມາຈາກ: Yunnan Gateway

ວັນທີ 21 ພຶດສະພາ, ກອງປະຊຸມການທ່ອງທ່ຽວອັດສະລິຍະສາກົນຢຸນນານປີ 2019 ແລະ ກອງປະຊຸມນິເວດດິຈິຕອນທົ່ວໂລກບໍລິສັດເທັນເຊັ້ນ (Tencent) ໄດ້ເປິດຂຶ້ນຢູ່ນະຄອນຄຸນໝິງແຂວງຢຸນນານເປັນເວລາ 3 ມື້.

ໄຕມາດທໍາອິດຂອງປີ 2019, ມູນຄ່າການຜະລິດທັງຫມົດຂອງແຂວງຢຸນນານບັນລຸ 384,965 ຕື້ຢວນ. ​ເພີ່ມ​ຂຶ້ນ 9,7% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີຜ່ານມາ. ສູງກວ່າເຂດອື່ນໆໃນປະເທດຈີນ 33 ຈຸດສ່ວນຮ້ອຍ.ພາຍໃຕ້ຂໍ້ມູນ, ດັດຊະນີທັງໝົດເພີ່ມຂຶ້ນ 75% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີຜ່ານມາຂອງຢຸນນານ.

ໃນຊຸມປີທີ່ຜ່ານມາ,ການພັດທະນາແບບດິຈິຕອນ, ຂໍ້ມູນເຄືອຂ່າຍຂອງປະເທດຈີນໄດ້ເຂົ້າສູ່ບາດກ້າວໃຫມ່. ແຂວງຢຸນນານກໍຢືມກຳລັງຂອງເຄືອຂ່າຍອິນເຕີເນັດກໍ່ສ້າງ“ຢຸນນານດິຈິຕອນ”. ແອັບ “ທ່ຽວຢຸນນານໃຊ້ມືຖຶພຽງໜ່ວຍດຽວ” ເຮັດໃຫ້ນັກທ່ອງທ່ຽວສາມາດທ່ອງທ່ຽວໄດ້ແບບອັດສະລິຍະ, “ສະແກນລະຫັດ QR ຂີ່ລົດ”, ເຮັດໃຫ້ຊາວເມືອງ, ນັກທ່ອງທ່ຽວສາມາດນັ່ງລົດເມ, ຂີ່ລົດໄຟໃຕ້ດິນໄດ້ຢ່າງສະດວກສະບາຍ, ສ່ວນໂຮງຮຽນວິຊາຊີບກະສິກຳຢຸນນານກໍມີການແຈກຢາຍບັດໂຮງຮຽນໃນຮູບແບບ WeChat ໃຫ້ແກ່ນັກສຶກສາ,ເຊິ່ງມືຖຶຫນ່ວຍໜຶ່ງກໍ່ສາມາດບັນລຸຄວາມສາມາດຫຼາຍຢ່າງ ແລະອື່ນໆ.

ໃນສອງກອງປະຊຸມ, ມີການປະສົມປະສານກັນຂອງເຄືອຂ່າຍບໍລິໂພກ ແລະ ເຄືອຂ່າຍອິນເຕີເນັດ, ແຂວງຢຸນນານນຳໃຊ້ວັດທະນະທຳແລະການທ່ອງທ່ຽວເປັນຊ່ອງທາງໃນການບຸກທະລຸ, ນຳໃຊ້ໂອກາດຂອງການພັດທະນາເສດຖະກິດດິຈິຕອນ, ສໍາຫຼວດແລະປະດິດສ້າງ“ການກໍ່ສ້າງຢຸນນານດິຈິຕອນ”, ສົ່ງເສີມການພັດທະນາເສດຖະກິດແລະສັງຄົມຂອງແຂວງຢຸນນານໃຫ້ມີຄຸນນະພາບສູງ.