ການແຂ່ງຂັນເວົ້າພາສາຈີນຂອງນັກສຶກສາລາວໄດ້ຈັດຂຶ້ນໃນຄຸນໝິງ

2019-05-27 17:07:37 |ມາຈາກ: Yunnan Gateway

ປີນີ້ເປັນປີທ່ອງທ່ຽວລາວ-ຈີນ. ໃນວັນທີ 25 ພຶດສະພາ, ການແຂ່ງຂັນເວົ້າພາສາຈີນຂອງນັກສຶກສາລາວໄດ້ຈັດຂຶ້ນທີ່ສວນສາທາລະນະ Expo ຢຸນນານວັດທະນະທໍາປະດິດສ້າງຈີ່ຢູນສິງໜາວນະຄອນຄຸນໝິງ. ການແຂ່ງຂັນຄັ້ງນີ້ເປັນຫນຶ່ງໃນກິດຈະກຳຂອງປີທ່ອງທ່ຽວລາວ-ຈີນ.

ການແຂ່ງຂັນຄັ້ງນີ້ມີ ສະຫະພັນຊາວໜຸ່ມລາວຂອງສະຖານກົງສຸນໃຫຍ່ ສປປ ລາວທີ່ຄຸນໝິງ,ວາລະສານຈຳປາ,ແລະ ບໍລິສັດເຊີງຖົວຢຸນນານຮ່ວມກັນເປັນເຈົ້າພາບ,ມີຕົວແທນນັກສຶກສາ 8 ຄົນເຂົ້າຮ່ວມການແຂ່ງຂັນຄັ້ງນີ້, ເຊິ່ງພວກເຂົາມາຈາກມະຫາວິທະຍາໄລ 8 ແຫ່ງຂອງແຂວງຢຸນນານປະກອບມີມະຫາວິທະຍາໄລສ້າງຄູຢຸນນານ, ມະຫາວິທະຍາໄລຢຸນນານ ແລະອື່ນໆ. ໃນສະຖານທີ່ແຂ່ງຂັນມີຜູ້ຊົມກວ່າ 60 ຄົນທີ່ໄດ້ມາຮັບຊົມການແຂ່ງຂັນ ແລະ ຮ່ຳຮຽນໄປພ້ອມໆກັນ.

ເນື້ອໃນຫົວຂໍ້ຂອງການແຂ່ງຂັນເວົ້າພາສາຈີນຄັ້ງນີ້ແມ່ນປີທ່ອງທ່ຽວລາວ-ຈີນ.ໃນຕອນທ້າຍ, ທ.ຖັງສຸພາ ລາວທັງ ນັກສຶກສາຈາກມະຫາວິທະຍາໄລສ້າງຄູຢຸນນານໄດ້ຮັບລາງວັນຊະນະເລີດ, ທ.ເຕັ້ງ ຄັ້ງຊືທໍ່ ນັກສຶກສາຈາກມະຫາວິທະຍາໄລ ວິທະຍາສາດ ແລະ ເຕັກໂນໂລຊີ ຄຸນໝິງໄດ້ຮັບລາງວັນທີສອງ, ທ. ວັນທາ ພົນທະວີ ນັກສຶກສາຈາກມະຫາວິທະຍາໄລຢຸນນານໄດ້ຮັບລາງວັນທີສາມ.