ພິທີເລີ່ມຕົ້ນການຂົນສົ່ງຕາມເສັ້ນທາງສາກົນອະນຸພາກພື້ນແມ່ນ້ຳຂອງຈັດຂຶ້ນຢູ່ນະຄອນຄຸນໝິງ

2019-05-29 17:35:00 |ມາຈາກ: 云南日报

ວັນທີ 27 ພຶດສະພາ,ພິທີເລີ່ມຕົ້ນການຂົນສົ່ງ(ປະເທດຈີນ-ປະເທດລາວ-ປະເທດຫວຽດນາມ)ຕາມເສັ້ນທາງສາກົນອະນຸພາກພື້ນແມ່ນ້ຳຂອງ(GMS)ໄດ້ຈັດຂຶ້ນຢູ່ນະຄອນຄຸນໝິງ,ພິທີນີ້ເປັນສັນຍາລັກຂອງການເປີດການຂົນສົ່ງຕາມເສັ້ນທາງສາກົນຂອງອະນຸພາກພື້ນແມ່ນ້ຳຂອງ(GMS)ເປັນຄັ້ງທຳອິດຂອງສາມປະເທດ.

ພິທີດັ່ງກ່າວຈະສົ່ງເສີມການຮ່ວມມືການຂົນສົ່ງການຄົມມະນາຄົມຫຼາຍຝ່າຍຕໍ່ປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ,ເປັນການເປີດໄລຍະໃໝ່ແຫ່ງການຮ່ວມມືຂົນສົ່ງອະນຸພາກພື້ນແມ່ນ້ຳຂອງ,ຈະຊຸກຍູ້ການເຊື່ອມຕໍ່ແລວທາງເສດຖະກິດຂອງຈີນ-ອິນໂດຈີນເຂົ້າສູ່ຂັ້ນຕອນໃຫມ່.

ການເລີ່ມຕົ້ນການຂົນສົ່ງຕາມເສັ້ນທາງສາກົນອະນຸພາກພື້ນແມ່ນ້ຳຂອງ,ຈະຊ່ວຍເສີມຂະຫຍາຍບົດບາດຂອງເສັ້ນທາງໃຫຍ່ຂອງຄຸນໝິງຢ່າງເຕັມທີ່,ບຸກທະລຸເສັ້ນທາງຂົນສົ່ງຈີນ-ອິນໂດຈີນ,ເສີມຂະຫຍາຍການໄປມາຫາສູ່ກັນຂອງປະຊາຊົນແລະການຂົນສົ່ງສິນຄ້າໃນອະນຸພາກພື້ນແມ່ນ້ຳຂອງ.