ກອງ​ປະ​ຊຸມ​ເວທີປາໄສດ້ານການທ່ອງທ່ຽວແມ່ນ້ຳຂອງປີ 2019 ຈັດຂຶ້ນຢູ່​ນະ​ຄອນຕ້າຫຼີ

2019-05-30 18:09:44 |ມາຈາກ: Yunnan Gateway

ວັນທີ 28 ພຶດສະພາ,ກອງ​ປະ​ຊຸມເວທີປາໄສດ້ານການທ່ອງທ່ຽວແມ່ນ້ຳຂອງປີ 2019ໄດ້ຈັດຂຶ້ນຢູ່ກິ່ງແຂວງປົກຄອງຕົນເອງຊົນເຜົ່າປາຍຕ້າຫຼີ.ໂດຍມີພະນັກງານມາຈາກກະຊວງການທ່ອງທ່ຽວ 6 ປະ​ເທດ​ຄື: ຈີນ, ລາວ, ກຳ​ປູ​ເຈຍ, ມຽນ​ມາ, ໄທ ແລະ​ຫວຽດ​ນາມ, ຫ້ອງການທີ່ປຶກສາການທ່ອງທ່ຽວແມ່ນ້ຳຂອງ,ທະນາຄານພັດທະນາອາຊີ,ສູນກາງຈີນ-ອາຊຽນ,ວິສາຫະກິດການທ່ອງທຽ່ວແລະອື່ນໆ ເຊິ່ງມີຈຳນວນປະມານ 200 ກວ່າຄົນໄດ້​ເຂົ້າ​ຮ່ວມກອງປະຊຸມຄັ້ງນີ້ .ເພື່ອນຳສະເຫນີວິທີການແລະຍຸດທະສາດເພື່ອສ້າງຄວາມເຂັ້ມແຂງການພັດທະນາແລະການຮ່ວມມືທີ່ມີປະສິດທິພາບຂອງທຸກປະເທດໃນເຂດແມ່ນ້ຳຂອງ.ເວ​ທີ​ປຶກ​ສາ​ຫາ​ລື​ຄັ້ງ​ນີ້ ຈັດ​ຂຶ້ນ​ໂດຍ​ກະ​ຊວງວັດ​ທະ​ນະ​ທຳ​ແລະ​ການທ່ອງ​ທ່ຽວ​ຈີນ ແລະ ອຳນາດການປົກ​ຄອງ​ປະ​ຊາ​ຊົນ​ແຂວງ​ຢູນ​ນານ ພາຍ​ໃຕ້​ຫົວ​ຂໍ້ “ການ​ທ່ອງ​ທ່ຽວ: ປົກປັກຮັກສາສືບທອດ​ວັດ​ທະ​ນະ​ທຳ​ ແລະ ພະ​ລັງ​ແຮງ​ເພື່ອການຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ”.

ໃນຊຸມປີມໍ່ໆມານີ້,ການຫຼຸດຜ່ອນ​​ຄວາມ​ທຸກ​ຍາກໂດຍການພັດທະນາການທ່ອງທ່ຽວເປັນຂົງເຂດອັນສຳຄັນຕໍ່ການຫຼຸດຜ່ອນຄວາມທຸກຍາກໃນທົ່ວໂລກ.ຂະແໜງການທ່ອງທ່ຽວໄດ້ກາຍເປັນວິທີການອັນສໍາຄັນສໍາລັບຊາວເມືອງທ້ອງຖິ່ນທີ່ຕ້ອງການຈະຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ.ສະນັ້ນ,ຜູ້​ຊ່ຽວ​ຊານ, ນັກ​ວິ​ຊາ​ການ​ແລະ​ຜູ້​ປະ​ກອບ​ການ​ທ່ອງ​ທ່ຽວ​ຂອງ​ບັນ​ດາ​ປະ​ເທດຍັງ​ໄດ້ກ່າວຄຳຄິດຄຳເຫັນແລະປຶກ​ສາ​ຫາ​ລື​ກັນ​ໃນ​ຫົວ​ຂໍ້​ຕ່າງໆ​ເຊັ່ນ:ການ​ພັດ​ທະ​ນາ​ຂະ​ແໜງ​ການ​ທ່ອງ​ທ່ຽວ​ທີ່​ຈະ​ຊຸກ​ຍູ້​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຢູ່​ຊົນ​ນະ​ບົດ, ການພັດທະນາລົດໄຟໃຕ້ດິນເພື່ອຊຸກຍູ້ຂະແໜງການທ່ອງທ່ຽວໃຫ້ພັດທະນາຢ່າງຕໍ່ເນື່ອງ,ຍຸດ​ທະ​ສາດ​ການຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ ແລະ ການອະ​ນຸ​ລັກ​ວັດ​ທະ​ນະ​ທຳ​ມໍ​ລະ​ດົກຂອງ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງແລະ​ອື່ນໆ.

ພ້ອມດຽວກັນນັ້ນຍັງມີກອງປະຊຸມແນະນຳການທ່ອງທ່ຽວວັດທະນະທຳແຂວງຢຸນນານໄດ້ຮັບການຈັດຂຶ້ນໃນມື້ດຽວກັນ.