ວິສາຫະກິດປະເທດຈີນເຊັນສັນຍາຮ່ວມມືໂຄງການເສັ້ນທາງດ່ວນລາວ-ຈີນ

2019-05-30 18:12:35 |ມາຈາກ: 云南日报

ວັນທີ 28 ພຶດສະພາ, ພິທີເຊັນສັນຍາການຮ່ວມມືວ່າດ້ວຍໂຄງການທາງດ່ວນລາວ-ຈີນ ລະຫວ່າງກຸ່ມບໍລິສັດກໍ່ສ້າງລົງທຶນ ແລະ ຖືຮຸ້ນແຂວງຢຸນນານຈຳກັດກັບກະຊວງແຜນການແລະການລົງທຶນໄດ້ຈັດຂຶ້ນຢູ່ນະຄອນຫລວງວຽງຈັນ.

ອີງຕາມສັນຍາ, ສອງຝ່າຍຈະຮ່ວມມືກັນພັດທະນາກໍ່ສ້າງໂຄງການເສັ້ນທາງດ່ວນລາວ-ຈີນ, ໂດຍນຳໃຊ້ຮູບແບບ“ການກໍ່ສ້າງ-ເປີດໃຫ້ບໍລິການ-ມອບຮັບ”, ໂຄງການຈະຮ່ວມກັນໃນການພັດທະນາກໍ່ສ້າງລົງທຶນ. ໃນນັ້ນ, ໂຄງການແຕ່ນະຄອນຫລວງວຽງຈັນຫາວັງວຽງແມ່ນໄດ້ເລີ່ມຈັດຕັ້ງປະຕິບັດໂຄງການແລ້ວ, ສ່ວນຊ່ວງທີ່ຍັງເຫລືອຈາກເມືອງວັງວຽງ ຫາ ນະຄອນຫລວງພະບາງ, ນະຄອນຫລວງພະບາງ ຫາ ແຂວງອຸດົມໄຊ, ອຸດົມໄຊ ຫາ ດ່ານສາກົນບໍ່ເຕັນ-ບໍ່ຫານ, ແມ່ນຈະໄດ້ຈັດຕັ້ງປະຕິບັດຕາມກອບເວລາທີ່ໄດ້ຕົກລົງກັນ.

ໂຄງການເສັ້ນທາງດ່ວນຈາກນະຄອນຫລວງວຽງຈັນຫາວັງວຽງມີຄວາມຍາວທັງໝົດ 109,1 ກິໂລແມັດ,ລົງທືນທັງໝົດ 8,9 ຕື້ຢວນ, ຫຼັງຈາກສຳເລັດໂຄງການການກໍ່ສ້າງ, ຈະໃຊ້ເວລາພຽງ 1 ຊົ່ວໂມງເຄິ່ງໃນການເດີນທາງດ້ວຍລົດແຕ່ວຽງຈັນຫາວັງວຽງ.

ກຸ່ມບໍລິສັດກໍ່ສ້າງລົງທຶນ ແລະ ຖືຮຸ້ນແຂວງຢຸນນານຈຳກັດຫວັງວ່າໂຄງການເສັ້ນທາງດ່ວນລາວ-ຈີນຈະສົ່ງເສີມການແລກປ່ຽນແລະການຮ່ວມມືລະຫວ່າງຈີນກັບລາວໃນດ້ານຂົງເຂດເສດຖະກິດ, ການຄ້າ, ວັດທະນະທໍາ, ການສຶກສາແລະສາທາລະນະ. ສົ່ງເສີມການພັດທະນາກະສິກໍາ, ອຸດສາຫະກໍາ, ການຄ້າ, ການລົງທຶນແລະຂະແໜງການທ່ອງທ່ຽວຢູ່ພາກເຫນືອແລະພາກກາງຂອງລາວ, ເພີ່ມໂອກາດວຽກເຮັດງານທຳໃຫ້ແກ່ປະຊາຊົນລາວ, ເພື່ອມີບົດບາດໃນການຊຸກຍູ້ແລະເສີມຂະຫຍາຍການພັດທະນາສີຂຽວແບບຍືນຍົງໃນປະເທດລາວ.