ອັງ​ກິດ​ເປີດ​ບໍ​ລິ​ການ 5G ຄັ້ງ​ທຳ​ອິດ, ຫົວ​ເຫວີຍ​ເປັນ​ຄູ່​ຮ່ວມ​ມື

2019-05-31 17:17:57 |ມາຈາກ: CRI

ວັນ​ທີ 30 ພຶດ​ສະ​ພານີ້, ບໍ​ລິ​ສັດ​ໂທ​ລະ​ຄົມ EE ຂອງ​ອັງ​ກິດ​ໄດ້​ເປີດ​ບໍ​ລິ​ການ 5G ຢ່າງ​ເປັນ​ທາງ​ການຢູ່ 6 ເມືອງ​ຕົ້ນ​ຕໍ​ເຊັ່ນ: ລອນ​ດອນ​ເປັນ​ຕົ້ນ​, ຜູ້​ໃຊ້​ຈຳ​ນວນ​ໜຶ່ງ ສາ​ມາດ​ສຳ​ຜັດ​ກັບ​ຄວາມ​ໄວ​ສູງ​ຂອງ​ເຄືຍ​ຂ່າຍ​ໂທ​ລະ​ຄົມ​ເຄື່ອນ​ທີ່​ລຸ້ນ​ໃໝ່​ແລ້ວ.

6 ເມືອງ​ທີີ່​ມີ​ປະ​ຊາ​ກອນຫຼາຍທີ່​ເປີດ​ບໍ​ລິ​ການ 5G ກ່ອນໝູ່​ຄື: ລອນດອນ, ຄາ​ດິ​ຟ, ອີ​ດິນ​ເບີກ, ເບວ​ຟາ​ສ​ທ໌, ເບີ​ມີງ​ຮາມ ແລະ ແມນ​ເຊັ​ສ​ເຕີ. ແຕ່​ວ່າ ສັນ​ຍານ 5G ​ຍັງບໍ່​ສາ​ມາດ​ປົກ​ຄຸມ​ຂອບ​ເຂດ ​ຂອງ 6 ເມືອງ​ດັ່ງ​ກ່າວໄດ້​ທັງ​ໝົດເທື່ອ. ມື້​ດຽວ​ກັນ, ບໍ​ລິ​ສັດ BBC ອັງ​ກິດ​ຍັງ​ໄດ້​ຈັດ​ການ​ຖ່າຍ​ທອດ​ສົດ​ຄັ້ງ​ໜຶ່ງ​ຢ່າງ​ສຳ​ເລັດ​ຜົນ​ໂດຍ​ອາ​ໄສ​ລະ​ບົບ 5G.

ບໍ​ລິ​ສັດ​ຫົວ​ເຫວີຍ​ກ່າວ​ວ່າ: ດີ​ໃຈຫຼາຍ​ທີ່​ໄດ້​ກາຍ​ເປັນ​ໜຶ່ງ​ໃນຄູ່​ຮ່ວມ​ມື​ໃນ​ການ​ສະ​ໜັບ​ສະ​ໜູນ​ບໍ​ລິ​ສັດ EE ສ້າງ​ເຄືອ​ຂ່າຍ 5G ຢູ່​ອັງ​ກິດ ເພື່ອ​ໃຫ້ອິນ​ເຕີ​ເນັດ​ເຄື່ອນ​ທີ່​ທີ່​ໄວ​ກວ່າ​ເກົ່າ​ແລະ​ເຊື່ອ​ຖືໄດ້​ກວ່າ​ເກົ່າ.