ກອງ​ທັບ​ຈີນ​ແລະ​ລາວ​ຈະ​ຈັດ​ການຝຶກ​ຊ້ອມຮ່ວມ​ຕ້ານ​ການ​ກໍ່​ການ​ຮ້າຍ​ເປັນ​ຄັ້ງ​ທຳ​ອິດ​ໃນ​ເດືອນ​ໜ້າ

2019-05-31 17:20:58 |ມາຈາກ: CRI

​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 30 ​ພຶດ​ສະ​ພານີ້ໄດ້​ຖະ​ແຫຼງວ່າ: ຜ່​ານ​ການ​ປຶກ​ສາ​ຫາ​ລື​ລະ​ຫວ່າງ​ຈີນ-ລາວ​ແລ້ວ​ເຫັນ​ດີ​ຮ່ວມ​ກັນ​ວ່າ: ເຂດ​ສູ້​​ຮົບ​ພາກ​ໃຕ້​ຂອງກອງ​ທັບ​ປົດ​ປ່ອຍ​ປ​ະ​ຊາ​ຊົນ​ຈີນ​ຈະ​ຮ່ວມ​ກັບ​ກອງ​​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ​ຂອງກອງ​ທັບ​ປະ​ຊາ​ຊົນ​ລາວ​ ຈະດຳ​ເນີນ​ກິດ​ຈະ​ກຳ​ເພື່ອ​ມິດ​ຕະ​ພາບ​ກ່ຽວ​ກັບ​ການ​ປ້ອ​ງ​ກັນຊາຍ​ແດນ​ຈີນ-ລາວ​ຄັ້ງ​ທີ 2 ໃນ​ວັນ​ທີ 5 ຫາ​ວັນ​ທີ 6 ​ມິ​ຖຸ​ນາ​ໜ້າ​ນີ້, ເຊິ່ງໃນ​ໄລ​ຍະດຳ​ເນີນ​ກິດ​ຈະ​ກຳ​ດັ່ງ​ກ່າວ​ຈະ​ຈັດ​ໃຫ້​ມີ​ການ​ຝຶກ​ຊ້ອມຮ່ວມ​ຕ້ານ​ການ​ກໍ່​ການ​ຮ້າຍ​ລະ​ຫວ່າງ​ສອງກອງ​ທັບ​ເປັນ​ຄັ້ງ​ທຳ​ອິດ.