ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ຈີນ​ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສົນ​ທະ​ນາ​ຊາງກ​ຣີ​ລາ​ຄັ້ງ​ທີ 18

2019-05-31 17:22:50 |ມາຈາກ: CRI

ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 30 ພຶດ​ສະ​ພານີ້, ທ່ານ ອູ​ຊ່ຽນ ໂຄ​ສົກ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ກ່າວ​ວ່າ: ທ່ານ ເວີ້ຍ​ເຟີ້ງ​ເຮີ ທີ່​ປຶກ​ສາ​ແຫ່ງ​ລັດ, ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນ ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສົນ​ທະ​ນາ​ຊາງກ​ຣີ​ລາ​ຄັ້ງ​ທີ 18 ທີ່ຈະ​ຈັດ​ຂຶ້ນ​ຢູ່​ສິງ​ກະ​ໂປ​ຕາມ​ການ​ເຊື້ອ​ເຊີນ. ໃນ​ໄລ​ຍະ​ດັ່ງ​ກ່າວ, ທ່ານ ເວີ້ຍ​ເຟີ້ງ​ເຮີ ຈະ​ປາ​ໄສ​ກ່ຽວ​ກັບ​ຫົວ​ຂໍ້ “ການ​ຮ່ວມ​ມື​ກັນ​ດ້ານ​ຄວາມ​ໝັ້ນ​ຄົງ​ລະ​ຫວ່າງ​ຈີນ​ກັບ​ສາ​ກົນ” ທັງ​ຈະ​ພົບ​ປະ​ກັບ​ຫົວ​ໜ້າ​ຄະ​ນະ​ຜູ້​ແທນຫຼາຍ​ປະ​ເທດ ເພື່ອ​ດຳ​ເນີນ​ການ​ແລກ​ປ່ຽນ​ກັນ​ກ່ຽວ​ກັບ​ບັນ​ຫາຕ່າງໆ.