ຈີນ​ເປີດ​ເຜີຍ​ກາ​ສັນ​ຍະ​ລັກ​ກິດ​ຈະ​ກຳ​ສະ​ເຫຼີມ​ສະ​ຫຼອງ​ການ​ສະ​ຖາ​ປະ​ນາ ສ​ປ ຈີນ​ຄົບ​ຮອບ 70 ປີ

2019-06-04 17:20:22 |ມາຈາກ: CRI

ວັນ​ທີ 3 ມິ​ຖຸ​ນາ​ນີ້, ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ຂອງ​ລັດ​ຖະ​ບານ​ຈີນ​ໄດ້​ເປີດ​ເຜີຍ​ກາ​ສັນ​ຍະ​ລັກ​ກິດ​ຈະ​ກຳ​ສະ​ເຫຼີມ​ສະ​ຫລອງ​ການ​ສະ​ຖາ​ປະ​ນາ ສ​ປ ຈີນ​ຄົບ​ຮອບ 70 ປີ.

ກາ​ສັນ​ຍະ​ລັກ​ດັ່ງ​ກ່າວ​ຖື​ເອົາ​ຕົວ​ເລກ “70” , 5 ດາວ​ແລະ​ທ່ຽນ​ອ່ານ​ເມີນ​ເຊິ່ງ​ເປັນ​ຕົວ​ແທນ​ຂອງ​ຈີນ​ໃນ​ກາ​ໝາຍ​ແຫ່ງ​ຊາດ​ເປັນ​ເນື້ອ​ໃນ​ຕົ້ນ​ຕໍ​ຂອງ​ການ​ອອກ​ແບບ, ຕົວ​ເລກ “70” ໄດ້​ອອກ​ແບບ​ຄື​ເປີດ​ໜ້າ​ເຈ້ຍ​ປະ​ຫວັດ​ສາດ​ໜ້າ​ໃໝ່, ເພື່ອ​ສະ​ທ້ອນ​ໃຫ້​ເຫັນ​ສະ​ພາບ​ໃໝ່​ອ່ຽມ​ຂອງ​ພາ​ລະ​ກິດ​ຕ່າງໆ​ຂອງ​ພັກ​ແລະ​ລັດ, ມີ​ຄວາມ​ໝາຍ​ວ່າ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ທີ່​ນຳ​ໂດຍ​ສະ​ຫາຍ​ສີ​ຈິ້ນ​ຜິງ, ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໄດ້​ກ້າວ​ເຂົ້າ​ສູ່​ຍຸກ​ໃໝ່, ປະ​ຊາ​ຊົນ​ຈີນ​ທຸກ​ຄົນ​ໄດ້​ປະ​ກອບ​ສ່ວນ​ແຕ້ມ​ແຕ່ງ​ປະ​ຫວັດ​ສາດ​ໜ້າ​ໃໝ່. ຮູບນອກ​ຂອງ​ຕົວ​ເລກ “7” ທັງ​ຄ້າຍ​ຄື​ກັບ​ໂບ​ສີ​ແດງ​ທີ່​ກຳ​ລັງ​ປິວ​ສະ​ບັດ​ຢ່າງ​ສະ​ຫງ່າ​ລາ​ສີ​ບວກ​ກັບ​ການ​ອອກ​ແບບ​ຮູບ 5 ດາວ​ແລະ​ທ່ຽນ​ອ່ານ​ເມີນ​ທີ່​ເປັນ​ຮູບ​ມົນ​ຄ້າ​ຍ​ຄື​ກັບ​ວ່າ​ກາ​ສັນ​ຍະ​ລັກ​ທີ່​ມີ​ຕົວ​ເລກ 70, ທັງ​ໃຫ້​ຄວາມ​ຮູ້​ສຶກ​ໄດ້​ເຖິງ​ຄວາມ​ໜັກ​ແໜ້ນ​ດ້ານ​ປະ​ຫວັດ​ສາດ, ແລະ​ບັນ​ຍາ​ກາດ​ອັນ​ຄຶກ​ຄື້ນ​ຂອງ​ການ​ສະ​ເຫຼີມ​ສະ​ຫຼອງ​ອັນ​ສຳ​ຄັນ​ຂອງ​ຊາດ.