ທ່ານ ຢວານເຊີງຟາ ນຳພາຄະນະຜູ້ແທນອຳນາດການປົກຄອງແຂວງຢຸນນານຢ້ຽມຢາມ ລາວ,ຫວຽດນາມ ແລະ ມຽນມາ

2019-06-05 17:16:35 |ມາຈາກ: 云南日报

ວັນທີ 26 ພຶດສະພາຫາວັນທີ 4 ມິຖຸນາ,ທ່ານ ຢວານເຊີງຟາ ເຈົ້າແຂວງແຂວງຢຸນນານນຳພາຄະນະຜູ້ແທນອຳນາດການປົກຄອງແຂວງຢຸນນານຢ້ຽມຢາມປະເທດລາວ,ປະເທດຫວຽດນາມ ແລະ ປະເທດມຽນມາ.

ໃນລະຫວ່າງການຢ້ຽມຢາມປະເທດລາວ, ທ່ານ ຢວານເຊີງກຟາ ໄດ້​ພົບ​ປະກັບ ທ່ານ ​ບຸນ​ຍັງ ວໍ​ລະ​ຈິດ ເລ​ຂາ​ທິ​ການ​ໃຫຍ່​,ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ,ປະ​ທານ​ປະ​ເທດ​ລາວ​.ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ, ລັດຖະມົນຕີກະຊວງການເງິນ.

ທ່ານ ຢວານເຊີງຟາ ເຫັນວ່າ,ແຂວງຢຸນນານຕັ້ງຫນ້າໃນຍຸດທະສາດການບໍລິການແລະປະສົມປະສານກັບຍຸດທະສາດແຫ່ງຊາດ,ມີການເປີດປະຕູສູ່ພາຍນອກຢ່າງຕໍ່ເນືອງ,ມີການພັດທະນາສັງຄົມແລະເສດຖະກິດຢ່າງໄວວາແລະເຂັ້ມແຂງ.ແຂວງຢຸນນານຈະເພີ່ມທະວີການແລກປ່ຽນແລະການຮ່ວມມືກັບລາວ.ສົ່ງເສີມການກໍ່ສ້າງໂຄງການອັນສໍາຄັນຢ່າງແຂງແຮງເຊັ່ນ: ລົດໄຟລາວ-ຈີນ ແລະ ເສັ້ນທາງດ່ວນນະຄອນຫລວງວຽງຈັນ-ດ່ານບໍ່ຫານ.ຊຸກຍູ້ການແລກປ່ຽນແລະການຮ່ວມມືລະຫວ່າງສອງຝ່າຍໃນຂົງເຂດຕ່າງໆເຊັ່ນ: ການລົງທຶນດ້ານເສດຖະກິດແລະການຄ້າ, ການເຊື່ອມຕໍ່, ດ້ານວັດທະນະທໍາແລະການທ່ອງທ່ຽວ, ການສຶກສາແລະການປິ່ນປົວແລະອື່ນໆ,ສົ່ງເສີມບົດບາດຢ່າງຕັ້ງໜ້າໃນການກໍ່ສ້າງຄວາມໝາຍຍຸດທະສາດຄູ່ຮ່ວມຊາຕາກຳລາວ-ຈີນ.

ໃນລະຫວ່າງການຢ້ຽມຢາມ,ທ່ານ ຢວານເຊີງຟາ ໄດ້​ພົບ​ປະກັບທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງແຂວງຫຼວງພະບາງ.