ໃນງານວາງສະເເດງສິນຄ້າອາຊີໃຕ້-ອາຊີຕາເວັນອອກສຽງໃຕ້ ເເລະ ກອງປະຊຸມປຶກສາຫາລືດ້ານການຄ້າການລົງທຶນປີ 2019 ​ໄດ້ເປີດຂຶ້ນໃນມື້ນີ້

2019-06-12 13:30:10 |ມາຈາກ: Yunnan Gateway

ໃນງານວາງສະເເດງສິນຄ້າອາຊີໃຕ້-ອາຊີຕາເວັນອອກສຽງໃຕ້ ເເລະ ກອງປະຊຸມປຶກສາຫາລືດ້ານການຄ້າການລົງທຶນປີ 2019 ​ຈັດ​ຂຶ້ນ​ທີ່​ນະ​ຄອນ​ຄຸນຫ​ມິງໄດ້ເປີດຂຶ້ນຢູ່ສູນກາງງານວາງສະແດງສາກົນຕ່ຽນຊີ່ນະຄອນຄຸນໝິງໃນວັນທີ 12-18 ມິຖຸນາ.

ການຈັດວາງຫໍວາງສະແດງໃນໃນງານວາງສະເເດງສິນຄ້າອາຊີໃຕ້-ອາຊີຕາເວັນອອກສຽງໃຕ້ ເເລະ ກອງປະຊຸມປຶກສາຫາລືດ້ານການຄ້າການລົງທຶນປີ 2019 ມີຈຸດພົ້ນເດັ່ນຫລາຍຂຶ້ນ, ການສຳຜັດປະສົບການດ້ານເສດຖະກິດດິຈິຕອນ ແລະ ເຕັກນິກອິນເຕີເນັດ 5G ຈະມີສີສັນຍິ່ງຂຶ້ນ.ງານວາງສະແດງຄັ້ງນີ້ຈະມີສີ່ການປ່ຽນແປງທີ່ສໍາຄັນ, ເຊິ່ງກໍຄືດ້ານປັນຍາ, ສິ່ງແວດລ້ອມສີຂຽວ, ຄວາມເປັນສາກົນ, ແລະຍີ່ຫໍ້.ງານ​ຄັ້ງ​ນີ້​​ພາຍ​ໃຕ້​ຫົວ​ຂໍ້: “​ເຕົ້າ​ໂຮມກັນ​ສູ່​ແນວ​ໜ້າ​​ຂອງການ​ເປີດ​ປະ​ຕູ​ສູ່​ພາຍນອກ, ພ້ອມ​ກັນ​ສ້າງ​ສູນ​​ກະ​ຈາຍ​ການ​ພັດ​ທະ​ນາ, ພ້ອມ​ກັນ​ຊົມ​ໃຊ້​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ແລະ​ການ​ພັດ​ທະ​ນາ”.

ໃນງານວາງສະເເດງສິນຄ້າອາຊີໃຕ້-ອາຊີຕາເວັນອອກສຽງໃຕ້ ເເລະ ກອງປະຊຸມປຶກສາຫາລືດ້ານການຄ້າການລົງທຶນປີ 2019 ຄັ້ງນີ້ປະເທດຫົວຂໍ້ຕົ້ນຕໍແມ່ນປະເທດສີລັງກາ,ປະເທດທີ່ເປັນແຂກຕົ້ນຕໍແມ່ນປະເທດກຳປູເຈຍ. ງານຄັ້ງນີ້ມີຫໍວາງສະແດງ 17 ຫໍ,ເຊິ່ງລວມມີ:ຫໍອາຫານສີຂຽວ,ຫໍອາຊີຕາເວັນອອກສຽງໃຕ້(ມີ 2ຫໍ),ຫໍອາຊີໃຕ້(ມີ 2ຫໍ),ຫໍຕ່າງປະເທດ,ຫໍການທ່ອງທ່ຽວແລະວັດທະນະທຳ,ຫໍວັດທະນະທຳໄມ້ແລະອື່ນໆ.

ງານ​ວາງ​ສະ​ແດງ​ຄັ້ງ​ນີ້ມີ​ 74 ປະ​ເທດ, ເຂດ​ແຄວ້ນ ແລະ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ເຂົ້າ​ຮ່ວມ​,ມີຮ້ານວາງສະແດງມາດຕະຖານປະມານ 7500 ຮ້ານ.ເນື້ອທີ່ໃນການວາງສະແດງປະມານ 170000 ຕາແມັດ, ງານວາງສະເເດງຄັ້ງນີ້ມີຫໍທີ່ໄດ້ຮັບການກໍ່ສ້າງເປັນຫໍທຳອິດຄື: ຫໍການຮ່ວນມືການລົງທຶນ“ໜຶ່ງແລວ ໜຶ່ງເສັ້ນທາງ”,ຫໍພະລັງງານສີຂຽວ,ຫໍຜະລິດຕະພັນນິເວດປ່າໄມ້ແລະເຂດວາງສະແດງດິຈິຕອນຢຸນນານ.ນອກນີ້, ໃນ​ໄລ​ຍະ​ຈັດງານ​ວາງ​ສະ​ແດງ ຍັງ​ຈະ​ມີກິດ​ຈະ​ກຳ​ຕ່າງໆ​ເຊັ່ນ: “ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ຈີນ-ອາ​ຊີ​ໃຕ້”, “ເວ​ທີ​ປຶກ​ສາ​ຫາ​ລື​ການ​ຄ້າ​ຈີນ-ອາ​ຊີ​ໃຕ້”, “ເວ​ທີ​ປຶກ​ສາ​ຫາ​ລື​ການ​ສຶກ​ສາ​ອາ​ຊີ​ໃຕ້​​ແລະອາ​ຊີ​​ຕາ​ເວັນ​ອອກ​ສຽງ​ໃຕ້”, ແລະ “ສັບ​ປະ​ດາ​ສິ​ລະ​ປະ​ອາ​ຊີ​ໃຕ້​-ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້”.