ພິທີເປີດກິດຈະກຳຢ້ຽມຢາມແລກປ່ຽນຂອງສື່ມວນຊົນປະເທດ GMS ແລະປະເທດຈີນຄັ້ງທີ 7

2019-06-12 15:56:12 |ມາຈາກ: Yunnan Gateway

ວັນທີ 9 ມິຖຸນາ,ພິທີເປີດກິດຈະກຳຢ້ຽມຢາມແລກປ່ຽນຂອງສື່ມວນຊົນປະເທດ GMS ແລະປະເທດຈີນຄັ້ງທີ 7 ແລະ ກິດຈະກຳຢ້ຽມຢາມຢຸນນານຂອງສື່ມວນຊົນຫລັກຂອງ ອາຊີໃຕ້-ອາຊີຕາເວັນອອກສຽງໃຕ້ຄັ້ງທີ 9 ເຊິ່ງມີ ຫ້ອງການລັດຖະບານປະຊາຊົນແຂວງຢຸນນານເປັນເຈົ້າພາບ ໄດ້ຈັດຂຶ້ນໃນເວລາດຽວກັນ,ເຊິ່ງມີພະນັກງານດ້ານຂ່າວສານແລະນັກຂ່າວສື່ມວນຊົນ 31 ທ່ານທີ່ມາຈາກ 10 ປະເທດອາຊີໃຕ້-ອາຊີຕາເວັນອອກສຽງໃຕ້ເຂົ້າຮ່ວມກິດຈະກຳຄັ້ງນີ້.

ສອງກິດຈະກຳດັ່ງກ່າວຈັດຂຶ້ນເປັນເວລາ 9 ວັນ,ພະນັກງານດ້ານຂ່າວສານແລະນັກຂ່າວສື່ມວນຊົນຂອງອາຊີໃຕ້-ອາຊີຕາເວັນອອກສຽງໃຕ້ຈະເຄື່ອນໄຫວສຳພາດ ແລະ ແລກປ່ຽນໃນງານວາງສະເເດງສິນຄ້າອາຊີໃຕ້-ອາຊີຕາເວັນອອກສຽງໃຕ້ ເເລະ ກອງປະຊຸມປຶກສາຫາລືດ້ານການຄ້າການລົງທຶນປີ 2019 ,ເວທີສົນທະນາການຮ່ວມມືຈີນ-ອາຊີໃຕ້ຄັ້ງທີສອງ,ທ່ຽວຊົມທັດສະນະສຶກສາກຸ່ມກິດຈະການໜັງສືພິມລາຍວັນຢຸນນານ,ສະຖານີວິທະຍຸແລະໂທລະພາບຢຸນນານແລະອື່ນໆ.