ຈີນ​ເປັນ​ປະ​ເທດ​ດຶງ​ດູດ​ການ​ລົງ​ທຶນ​ຕ່າງ​ປະ​ເທດ​ຫຼາຍ​ເປັນ​ອັນ​ດັບ 2 ຂອງ​ໂລກ​ລຽນ​ຕິດ

2019-06-13 17:06:09 |ມາຈາກ: CRI

ກອງ​ປະ​ຊຸມ​ການ​ຄ້າ​ແລະ​ການ​ພັດ​ທະ​ນາ​​ອົງ​ການສະ​ຫະ​ປະ​ຊາ​ຊາດ​ທີ່​ມີ​ສຳ​ນັກ​ງານ​ໃຫຍ່​ຕັ້ງ​ຢູ່​ນະ​ຄອນ​ເຊີ​ແນວເປີດ​ເຜີຍ​ “ບົດ​ລາຍງານ​ການ​ລົງ​ທຶນ​ໂລກ​ປີ 2019” ໃນ​ວັນ​ທີ 12 ມິ​ຖຸ​ນາ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ການ​ລົງ​ທຶນ​ຕ່າງ​ປະ​ເທດ​​ໂດຍ​ກົງທົ່ວ​ໂລກ​ໃນ​ປີ 2018 ໄດ້ຫຼຸດ​ລົງ​ເປັນ 3 ປີ​ລຽນ​ຕິດ, ແຕ່ຍອດ​ຈຳ​ນວນ​ການ​ດຶງ​ດູດ​ກາ​ນ​ລົງ​ທຶນ​ຕ່າງ​ປະ​ເທດ​ຂອງ​ຈີນ​ພັດ​​ເພີ່ມ​ຂຶ້ນ ແລະ ​ເປັນ​ປະ​ເທດ​ດຶງ​ດູດ​ການ​ລົງ​ທຶນ​ຂອງຕ່າງ​ປະ​ເທດ​ຫຼາຍເປັນ​ອັນ​ດັບ 2 ​ຂອງ​ໂລກ​ລຽນ​ຕິດ.

ບົດ​ລາຍງານ​ສະ​ແດງ​ໃຫ້​ເຫັນ​ວ່າ, ຍອດ​ຈຳ​ນວນ​ການ​ດຶງ​ດູດການ​ລົງ​ທຶນ​ຕ່າງ​ປະ​ເທດ​ຂອ​ງ​ຈີນ​ໃນ​ປີ 2018 ໄດ້​ເພີ່ມ​ຂຶ້ນ​ເກືອບ 4%, ມີ​ເຖິງ 139 ຕື້​ໂດ​ລາ​ສະ​ຫະ​ລັດ ແລະ ສືບ​ຕໍ່​ເປັນ​ປະ​ເທດ​ດຶງ​ດູດ​ການ​ລົງ​​ທຶນ​ຕ່າງ​ປະ​ເທດ​ຫຼາຍ​ເປັນ​ອັນ​ດັບ 2 ຂອງ​ໂລກ​ລຽນ​ຕິດ. ບົດ​ລາຍ​ງານ​ຄາດ​ຄະ​ເນ​ວ່າ, ປີ 2019, ການ​ລົງ​ທຶ​ນ​ຕ່າງ​ປະ​ເທດ​ຂອງ​ທົ່ວ​ໂລກ​ອາດ​ຈະ​ເພີ່ມ​ຂຶ້ນ​ປະ​ມານ 10% ແລະ ອາດບັນ​ລຸ​ເຖິງ 1500 ກວ່າ​ຕື້​ໂດ​ລາ​ສະ​ຫະ​ລັດ, ແຕ່​ຍັງ​ຕ່ຳ​ກວ່າ​ລະ​ດັບ​ສ​ະ​ເລ່ຍ​ຂອງ 10 ປີ​ຜ່ານ​ມາ. ອາ​ເມ​ຣິ​ກາ​ຍັງ​ເປັນ​ປະ​ເທດ​ທີ່​ດຶງ​ດູດ​ການ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດຫຼາຍ​ທີ່​ສຸດ​​ໃນ​​ໂລກ.