ຈັດພິ​ທີ​ພິມ​ຈຳ​ໜ່າຍ​ປຶ້ມ “​ສີ​ຈິ້ນ​ຜິງວ່າ​ດ້ວຍ​ການ​ປົກ​ຄອງ​ປະ​ເທດ​ແລະ​ການ​ຄຸ້ມ​ຄອ​ງ​ລັດ” ເຫຼັ້ມ​​ທຳ​ອິດສະ​ບັບ​ພາ​ສາ​ຕັດ​ຊີ​

2019-06-13 17:10:29 |ມາຈາກ: CRI

ກ່ອນ​ທີ່​ທ່ານ​ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​​ຈະເດີນ​ທາງ​ໄປ​ຢ້ຽມ​ຢາມ​​ຕັດ​ຊີ​ກີສະ​ຖານ​ທາງ​ລັດ​ຖະ​ກິດ ແລະ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​​ກ່ຽວ​ກັບມາດ​ຕະ​ການ​​ໃນ​ການປະ​ສານ​ງານ​ແລະ​ການ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​​ໃນອາ​ຊີ​ທີ່​ຈັດ​ຂຶ້ນ​ຢູ່​ຕັດ​ຊີ​ກີ​ສະ​ຖານ, ພິ​ທີ​ພິມ​ຈຳ​ໜ່າຍ​ປຶ້ມ “​ສີ​ຈິ້ນ​ຜິງ​ວ່າ​ດ້ວຍ​ການ​ປົກ​ຄອງ​ປະ​ເທດ​ແລະ​ການ​ຄຸ້ມ​ຄອງ​ລັດ” ເຫຼັ້ມ​ທຳ​ອິດ​ສະ​ບັບ​ພາ​ສາ​​​ຕັດ​ຊີ​ ແລະ ກອງ​ປະ​ຊຸມ​ສຳ​ມະ​ນາ​ການ​ປົກ​ຄອງ​ປະ​ເທດ​ແລະ​ການ​ຄຸ້ມ​ຄອງ​ລັດ​ຈີນ-​ຕັດ​ຊີ​ກີ​ສະ​ຖານໄດ້​ຈັດ​ຂຶ້ນຢູ່​ນະ​ຄອນຫຼວງດູ​ຊັນ​​ແບ​ປະ​ເທດ​​ຕັດ​ຊີ​ກີສະ​ຖ​ານ.

ທ່ານ ​ເອ​ໂມ​ມາ​ລີ ຣັກ​ໂມ​ນອ​ຟ ປະ​ທາ​ນາ​ທິ​ບໍ​ດີ​ຕັດ​ຊີ​ກີ​ສະ​ຖານ​ໄດ້​ສົ່ງ​ສານ​ຊົມ​ເຊີຍ​ຕໍ່​ການ​ພິມຈຳ​ໜ່າຍ​ຄັ້ງ​ນີ້ ໂດຍ​ຊີ້​​ໃຫ້​ເຫັນວ່າ, ກາ​ນ​ພິມ​ຈຳ​ໜ່າຍ​ປຶ້ມ “ສີ​ຈິ້ນ​ຜິງ​​ວ່າ​ດ້ວຍ​ການ​ປົກ​ຄອງ​ປະ​ເທດ​ແລະ​ຄຸ້ມ​ຄອງ​ລັດ” ເຫຼັ້ມ​ທຳ​ອິດ​ສະ​ບັບ​ພາ​ສາ​​​ຕັດ​ຊີ​​ ຈະ​ຊ່ວຍ​​ໃຫ້ຜູ້​ອ່ານ​​ຕັດ​ຊີ​ກີ​ສະ​ຖານ​ເຂົ້າ​ໃຈ​ຈີນ​ໄດ້​ດີກວ່າ​ເກົ່າ, ເຂົ້າ​ໃຈ​ຕໍ່​​ແນວ​ຄິດ​ການ​ປົກ​ຄອງ​ປະ​ເທດ​ແລະ​ການ​ຄຸ້ມ​ຄອງ​ລັດຂອງ​ທ່ານ​ປະ​ທານ​ສີ​ຈິ້​ນ​ຜິງ ແລະ ເສັ້ນ​ທາງແຫ່ງ​ການ​ພັດ​ທະ​ນາ​ຂອງ​ຈີນ. ​ຕັດ​ຊີ​ກີ​ສະ​ຖານ​ພວມ​ກະ​ກຽມ​ເພື່ອ​ຕ້ອນ​ຮັບ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຂອງ​ທ່ານ​ສີ​ຈິ້ນ​ຜິງ ແລະ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ດັ່ງ​ກ່າວ, ເຊື່ອ​ວ່າ, ການ​ຢ້ຽມ​ຢາມ​ຄັ້ງ​ນີ້​ຈະ​ເປັນ​ການ​ເພີ່ມ​ພະ​ລັງ​ແຮງ​ໃໝ່​ສຳ​ລັ​ຕັດ​ຊີ​ກີ​ສະ​ຖານ​ແລະ​ຈີນ​ທີ່​ເປັນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ມີ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​​ທີ່​ດີຕໍ່​ກັນ​ນັ້ນຍິ່ງ​ຈະ​ໄດ້​ຮັບ​ການ​ປັບ​ປຸງ​ແລະ​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ.