ຄະນະຜູ້ແທນສື່ມວນຊົນປະເທດ GMS ຢ້ຽມຢາມທ່ຽວຊົມກຸ່ມກິດຈະການໜັງສືພິມລາຍວັນຢຸນນານ

2019-06-14 18:22:01 |ມາຈາກ: Yunnan Gateway

ວັນທີ 13 ມິຖຸນາ, ພະນັກງານດ້ານຂ່າວສານ ແລະ ນັກຂ່າວສື່ມວນຊົນທີ່ເຂົ້້າຮ່ວມກິດຈະກຳຢ້ຽມຢາມແລກປ່ຽນຂອງສື່ມວນຊົນປະເທດ GMS ແລະປະເທດຈີນຄັ້ງທີ 7 ໄດ້ໄປທ່ຽວຊົມທັດສະນະສຶກສາຢູ່ ກຸ່ມກິດຈະການໜັງສືພິມລາຍວັນຢຸນນານ. ກິດຈະກຳຢ້ຽມຢາມແລກປ່ຽນຄັ້ງນີ້້ໄດ້ຮັບການສະໜັບສະໜຸນໂດຍຫ້ອງການຂ່າວສານຄະນະລັດຖະບານ ສປ ຈີນ,ຈັດຕັ້ງໂດຍຫ້ອງການຂ່າວສານອຳນາດການປົກຄອງແຂວງຢຸນນານ,ເຊິ່ງມີຄະນະຜູ້ແທນ 16 ຄົນທີ່ມາຈາກປະເທດກຳປູເຈຍ,ລາວ,ໄທ ແລະ ມຽນມາເຂົ້າຮ່ວມ.

ຄະນະຜູ້ແທນທ່ຽວຊົນເວບໄຊຢຸນຊຽວ,ເວບໄຊຢຸນນານ,ໜັງສືພິມຊຸນເຊິງ,ແລະເຄື່ອນໄຫວການແລກປ່ຽນ ແລະ ສຳມະນາໃນສູນບັນຊາການສື່ມວນຊົນຂອງກຸ່ມກິດຈະການໜັງສືພິມລາຍວັນຢຸນນານ.