ທ່ານ ສີ​ຈິ້ນ​ຜິງ ຮັບຫຼຽນ​ມາ​ນັ​ສ​ລະ​ດັບ 1 ຂອງ​ກຽກ​ກິດ​ສະ​ຖານ

2019-06-14 18:24:53 |ມາຈາກ: CRI

ວັນ​ທີ 13 ມິ​ຖຸ​ນານີ້ ຢູ່​ນະ​ຄອນຫຼວງ​ບິ​ສ​ເຄັກ​ປະ​ເທດ​ກຽກ​ກິດ​ສະ​ຖານ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ປະ​ດັບຫຼຽນ​ມາ​ນັ​ສ​ລະ​ດັບ 1 ທີ່​​ທ່ານ ​​ຊູ​ຣອນ​ເບ ຈີນ​ເບ​ຄອຟ ປະ​ທາ​ນາ​ທິ​ບໍ​ດີ​ກຽກ​ກິດ​ສະ​ຖານ​ໃຫ້​ກຽດປະ​ດັບ​ໃຫ້​ທ່ານ ສີ​ຈິ້ນ​ຜິງ.

ຫຼຽນ “ມາ​ນັ​ສ” ແມ່ນຫຼຽນ​ລະ​ດັບ​ສູງ​ສຸດ​ແຫ່ງ​ຊາດ​ກຽກ​ກິດ​ສະ​ຖານ, ​ເຊິ່ງ​ຈະປະ​ດັບໃຫ້​ບຸກ​ຄົນ​ສຳ​ຄັນ​ໂດຍ​ປະ​ທານ​າ​ທິ​ບໍ​ດີ​ກຽກ​ກິດ​ສະ​ຖານ​​ແລະ​ແບ່ງ​​ອອກເປັນ 3 ລະ​ດັບ, ລະ​ດັບ 1 ເປັນ​ລະ​ດັບ​ສູງ​ສຸດ.

ທ່ານ ​​ຊູ​ຣອນ​ເບ ຈີນ​ເບ​ຄອຟ ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ທ່ານ ສີ​ຈິ້ນ​ຜິງ ທີ່​ໄດ້​ປະ​ກອບ​ສ່ວນ​ເປັນ​ພິ​ເສດ​ເພື່ອ​ຊຸກ​ຍູ້​ການ​ຂະ​ຫຍາຍ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ​ກຽກ​ກິດ​ສະ​ຖານ-ຈີນ, ໂດຍ​ກ່າວ​ວ່າ, ກຽກ​ກິດ​ສະ​ຖານ​ຈະ​ບໍ່ຫຼົງ​ລືມ​ການ​ສະ​ໜັບ​ສະ​ໜູນ​ແລະ​ຄວາມ​ຊ່ວຍ​ເຫຼືອ​ອັນ​ລ້ຳ​ຄ່າ​ຂອງ​ຈີນ​​ໃນ​ໄລ​ຍະ​ຜ່ານ​ມາແລະ​ເຊື່ອ​ວ່າ, ການ​ຢ້ຽມ​ຢາມ​ຄັ້ງ​ນີ້​ຂອງ​ທ່ານ​ປະ​ທານ ສີ​ຈິ້ນ​ຜິງ ຈະ​ເປັນ​ການ​ຂຽນ​ປະ​ຫວັດ​ສາດ​ໜ້າ​ໃໝ່​ສາຍ​ພົວ​ພັນກຽກ​ກິດ​ສະ​ຖານ-ຈີນ.