ທິມ​ງາມ​ຂອງ​ທ່ານ​ນາງ ທູ​ໂຢ່​ໂຢ່ ສາ​ມາດບຸກ​ທະ​ລຸ​ໃນ​ການ​ຄົ້ນ​ຄວ້າ “ລັກ​ສະ​ນະດື້​ຢາ Artemisinin”

2019-06-17 17:52:32 |ມາຈາກ: CRI

ວັນ​ທີ 17 ມິ​ຖຸ​ນານີ້, ສື່​ມວນ​ຊົນ​​ຈີນລາຍ​ງານ​ວ່າ: ໂດຍ​ແນ​ໃສ່​ບັນ​ຫາ​ຫຍຸ້ງ​ຍາກ​ກ່ຽວ​ກັບ “ລັກ​ສະ​ນະ​ດື້​ຢາ Artemisinin ໃນ​ການ​ປິ່ນ​ປົວ​ພະ​ຍາດ​ໄຂ້​ຍຸງ” ທີ່​ເກີດ​ຂຶ້ນ​ຢູ່​ບາງ​ເຂດ​ໃນ​ໂລກໃນ​ຊຸມ​ປີມໍ່ໆ​ມານີ້, ທ່ານ​ນາງ ທູ​ໂຢ່​ໂຢ່ ນັກ​ຄົ້ນ​ຄວ້າ​ຕະຫຼອດ​ການຂອງ​ສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ແພດ​ສາດ​ຈີນ, ຜູ້​ໄດ້​ຮັບ​ລາງວັນ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ລະ​ດັບ​ສູງ​ສຸດ​ຂອງ​ຈີນ, ຜູ້​ໄດ້​ຮັບ​ລາງວັນ​ໂນ​ແບນ​ສາ​ຂາ​ສະ​ລີ​ລະ​ສາດຫຼື​ແພດ​ສາດ ພ້ອມ​ດ້ວ​ຍ​ທີມ​ງານ​ຂອງ​ເພິ່ນ ໄດ້​ດຳ​ເນີນ​ການ​ຄົ້ນ​ຄວ້າ​ເປັນ​ເວ​ລາຫຼາຍ​ປີ, ​ໃນ​ທີ່​ສຸດ​ກໍ​ສາ​ມາດ​ບຸກ​ທະ​ລຸ​ໃນ​ດ້ານ “ການ​ຄົ້ນ​ຄວ້າ​ທິດ​ສະ​ດີ​ກ່ຽວ​ກັບ​ບົດ​ບາດ​ປົວພະ​ຍາດ​ໄຂ້​ຍຸງ”, “ສາ​ເຫດ​ຂອງ​ລັກ​ສະ​ນະ​ດື້​ຢາ”, “ການ​ປັບ​ປຸງວິ​ທີ​ປິ່ນ​ປົວ” ແລະ​ອື່ນໆ ໂດຍ​ໄດ້​ສະ​ເໜີ​ແຜນ​ການ​ປິ່ນ​ປົວ​ທີ່​ສາ​ມາດ​ປະ​ຕິ​ບັດ​ໄດ້​​ໃນ​ການ​ແກ້​ໄຂ​ບັນ​ຫາ “ລັກ​ສະ​ນະ​ດື້​ຢາ Artemisinin” ໃນ​ຫວ່າງມໍ່ໆ​ມານີ້.

ທ່ານ​ນາງ ທູ​ໂຢ່​ໂຢ່ ໄດ້​ຮັບ​ລາງວັນ​ໂນ​ແບນ​ສາ​ຂາ​ສະ​ລີ​ລະ​ສາດຫຼື​ແພດ​ສາດ​ປີ 2015. ຫຼັງ​ຈາກ​ທ່ານຄົ້ນ​ພົບ​ຢາ Artemisinin ເປັນ​ຕົ້ນ​ມາ, ຢາ​ຊະ​ນິດນີ້​ໄດ້​ຖືກ​ນຳ​ໃຊ້​ເປັນ​ຢາ​ຊະ​ນິດ​ໜຶ່ງ​ທີ່​ໄດ້​ຮັບ​ຜົນດີ​ແລະ​ບໍ່​ມີ​ອາ​ການ​ທາງ​ລົບ​ໃນ​ການ​ປິ່ນ​ປົວ​ພ​ະ​ຍາດ​ໄຂ້​ຍຸງ​ຕະຫຼອດ​ມາ.