ຫໍວາງສະແດງອາຊີຕາເວັນອອກສຽງໃຕ້ໄດ້ຮັບຄວາມນິຍົມຈາກຜູ້ຄົນຫຼາຍ

2019-06-18 17:26:30 |ມາຈາກ: Yunnan Gateway

ເມື່ອເຂົ້າໄປຫໍວາງສະແດງຫມາຍເລກ 5 ແລະ ຫມາຍເລກ 6 ເຊິ່ງເປັນຫໍວາງສະແດງຂອງອາຊີຕາເວັນອອກສຽງໃຕ້, ບັນຍາກາດແມ່ນເຕັມໄປດ້ວຍປະເພນີຂອງຕ່າງປະເທດ.

ຫໍວາງສະແດງອາຊີຕາເວັນອອກສຽງໃຕ້ມີສິນຄ້າ 10 ກວ່າປະເພດຄື: ເຄື່ອງນຸ່ງ, ເກີບ, ຫມວກ, ເຟີນິເຈີ ແລະອື່ນໆ, ນອກຈາກນັ້ນຍັງມີຢົກມຽນມາ, ເພັດພອຍຂອງກໍາປູເຈຍ, ເຄື່ອງປະດັບເງິນຂອງໄທ, ເຄື່ອງຫັດຖະກໍາໄມ້ຈາກລາວ ເຊິ່ງດຶງດູດໃຈຜູ້ຄົນຫຼາຍ.

ໃນຫໍວາງສະແດງອາຊີຕາເວັນອອກສຽງໃຕ້, ສາມາດໄດ້ຍິນສຽງຂອງປະຊາຊົນທີ່ກຳລັງຊື້ເຄື່ອງ, ແລະເຫັນບັນດານັກທຸລະກິດທີ່ເຂົ້າຮ່ວມງານວາງສະແດງກຳລັງລົມກັນກັບລູກຄ້າຢ່າງເບີກບານ, ໃບຫນ້າຂອງປະຊາຊົນແມ່ນເຕັມໄປດ້ວຍຄວາມສຸກຂອງຜົນສຳເລັດ.