ຈີນແລະລາວສົ່ງເສີມການກໍ່ສ້າງການຮ່ວມມືດ້ານການບໍລິການປິ່ນປົວສາທາລະນະສຸກ

2019-06-18 17:37:03 |ມາຈາກ: 新华网

ໃນມື້ມໍໆມານີ້, ຜູ້ອຳນວຍການໂຮງຫມໍ ແລະ ທ່ານໝໍຂອງໂຮງໝໍແຂວງຫຼວງພະບາງ ສປປ ລາວ ແລະ ໂຮງໝໍ 12 ເມືອງຂອງແຂວງຫຼວງພະບາງມາ ເຄື່ອນໄຫວການແລກປ່ຽນແລະການສຶກສາທີ່ໂຮງໝໍແຂວງຢຸນນານ ສປ ຈີນ, ພ້ອມທັງຮ່ວມກັນດໍາເນີນການຝຶກຊ້ອມການປະຖົມພະຍາບານສຸກເສີນເປັນຄັ້ງທໍາອິດ, ສະແຫວງຫາກົນໄກການຊ່ວຍເຫລືອທາງການແພດສຸກເສີນຂ້າມຊາຍແດນເມື່ອເກີດກໍລະນີການປິ່ນປົວສາທາລະນະອັນສໍາຄັນໃນປະເທດຈີນແລະລາວ.

ໂຮງຫມໍປະຊາຊົນເລກໜຶ່ງຂອງແຂວງຢຸນນານໄດ້ດຳເນີນການຝຶກອົບຮົມໃຫ້ພະນັກງານໂຮງຫມໍຂອງລາວ, ກໍາປູເຈຍ, ມຽນມາແລະບັນດາປະເທດອື່ນໆ.

ໃນປີທີ່ຜ່ານມາ, ທິມປິ່ນປົວຂອງໂຮງຫມໍປະຊາຊົນເລກໜຶ່ງຂອງແຂວງຢຸນນານເດີນທາງໄປປະເທດລາວເພື່ອເປີດຊັ້ນຮຽນການຝຶກອົບຮົມ, ເຊິ່ງໄດ້ຝຶກອົບຮົມບຸກຄະລາກອນທາງການແພດ 300 ກວ່າທ່ານ, ແລະຊ່ວຍຜ່າຕັດຄົນເຈັບ 20 ຄົນ ທີ່ເປັນພະຍາດແກ່ນຕາຂຸ້ນໃນປະເທດລາວໂດຍ ບໍ່ເສຍຄ່າໃຊ້ຈ່າຍ, ເຊິ່ງອັດຕາຜົນສຳເລັດມີ 100%, ເຮັດໃຫ້ຄົນເຈັບໃນລາວໄດ້ສຳຜັດກັບເຕັກໂນໂລຍີທາງການແພດທີ່ທັນສະໄຫມ ແລະ ຄຸນະພາບການບໍລິການທີ່ດີ.

ຜູ້ອຳນວຍການໂຮງໝໍແຂວງຫຼວງພະບາງປະເທດລາວເວົ້າວ່າ, ຄ່ຽງຄູກັບການຮ່ວມມືຂອງສອງຝ່າຍທີ່ນັບມື້ນັບເລິກເຊິ່ງຢ່າງຕໍ່ເນື່ອງ, ຫວັງວ່າຈະສືບຕໍ່ຮຳ່ຮຽນເອົາບົດຮຽນການຄຸ້ມຄອງຈາກໂຮງຫມໍແຂວງຢຸນນານ, ເພື່ອສົ່ງເສີມລະດັບການບໍລິການດ້ານການປິ່ນປົວ.