ຫມາກຜົນສຳເລັດຂອງງານວາງສະເເດງສິນຄ້າອາຊີໃຕ້-ອາຊີຕາເວັນອອກສຽງໃຕ້ ເເລະ ກອງປະຊຸມປຶກສາຫາລືດ້ານການຄ້າການລົງທຶນປີ 2019

2019-06-19 17:35:26 |ມາຈາກ: 云南日报


ວັນທີ 18 ມິຖຸນາ,ງານວາງສະເເດງສິນຄ້າອາຊີໃຕ້-ອາຊີຕາເວັນອອກສຽງໃຕ້ ເເລະ ກອງປະຊຸມປຶກສາຫາລືດ້ານການຄ້າການລົງທຶນປີ 2019 ຄັ້ງນີ້ໄດ້ສິ້ນສຸດລົງ, ເຊິ່ງໄດ້ຮັບຜົນສຳເລັດໃຫມ່ຢ່າງຫລວງຫຼາຍ.ໃນລະຫວ່າງງານວາງສະແດງມີ 14 ກິດຈະກຳເຊິ່ງປະກອບດ້ວຍ ກິດຈະກຳດ້ານເສດຖະກິດການຄ້າ, ວັດທະນະທໍາ, ສິລະປະ ແລະ ອື່ນໆ, ດຶງດູດແຂກຜູ້ມີກຽດ 5500 ກວ່າຄົນຈາກພາຍໃນແລະຕ່າງປະເທດ ແລະ 3348 ວິສາຫະກິດເຂົ້າຮ່ວມງານວາງສະແດງ,ສົ່ງເສີມການຮ່ວມມືໃນດ້ານເສດຖະກິດແລະການຄ້າ,ການແລກປ່ຽນວັດທະນະທຳໃນລະຫວ່າງບັນດາປະເທດອາຊີໃຕ້, ອາຊີຕາເວັນອອກສຽງໃຕ້ກັບປະເທດຈີນ,ແລະເພີ່ມທະວີມິດຕະພາບລະຫວ່າງບັນດາປະເທດຕ່າງໆ. ອີງຕາມສະຖິຕິ,ຮອດວັນທີ 18 ມີຖຸນາ,ງານວາງສະເເດງສິນຄ້າຄັ້ງນີ້ມີຜູ້ເຂົ້າທ່ຽວຊົມທັງຫມົດ 350000 ຄົນ,ໃນລະຫວ່າງງານວາງສະແດງສິນຄ້າ,ມີ ອາສາສະໝັກນັກສຶກສາ 1500 ຄົນ ແລະ ອາສາສະໝັກຊາວເມືອງ 10000 ຄົນມາສະໜອງການບໍລິການໃນງານວາງສະແດງ.