ຈີນ​ຈະ​ຈັດ​ກອງ​ປະຊຸມ​ລົດ​ພະລັງງານ​ໃໝ່​ໂລກ​​​ໃນຕົ້ນ​ເດືອນ​ໜ້າ

2019-06-21 16:13:12 |ມາຈາກ: CRI

ກອງ​ປະຊຸມ​ລົດ​ພະລັງງານ​ໃໝ່​ໂລກ​ປີ 2019 ຈະ​ຈັດ​ຂຶ້ນ​ແຕ່​ວັນ​ທີ 1-3 ກໍລະກົດ​ໜ້າ​ນີ້​ຢູ່​ເມືອງ​ໂປ​ອາວ ​ແຂວງ​ໄຫຫຼຳ ​ໂດຍ​ການ​ເປັນ​ເຈົ້າພາບ​ຂອງ​ສະມາຄົມ​ວິທະຍາສາດ​ເຕັກນິກ​ຈີນ ​ແລະ ອຳນາດ​ການ​ປົກຄອງ​ແຂວງ​ໄຫຫຼຳ ​ເຊິ່ງ​ເປັນ​ກອງ​ປະຊຸມ​ລົດ​ພະລັງງານ​ໃໝ່​ໂລກ​ທີ່​ຈີ​ນຈະ​ຈັດ​ຂຶ້ນ​ເປັນຄັ້ງທຳ​ອິດ ​ໂດຍ​ມີ​ຈຸດປະສົງ​ເພື່ອ​ຊຸກຍູ້​​ໃຫ້​ອຸດສາຫະກຳ​ລົດ​ພະລັງງານ​ໃໝ່​ໂລກ​ມີການ​ພັດທະນາ​ຢ່າງ​ປອດ​ໃສ​ແລະ​ວ່ອງ​ໄວ ​ແລະ ​ເລັ່ງລັດ​ການ​ຫັນປ່ຽນ​ແລະ​ຍົກ​ລະດັບ​ອຸດສາຫະກຳ​ດັ່ງກ່າວ.

ຂ່າວ​ລາຍ​ງານ​ວ່າ ກອງ​ປະຊຸມ​ຄັ້ງນີ້​ຈະຈັດ​ໃຫ້ມີຫຼາຍກິດຈະກຳ ​ເ​ຊັ່ນ: ການສົນທະນາ​​ກັນ, ການ​ແຂ່ງຂັນ​ທາງ​ດ້ານ​ວິທະຍາສາດ​ເຕັກນິກ, ການວາງສະ​ແດງ​ແລະ​ການສຳຜັດ​ກັບ​ເຕັກນິກ​ທີ່​ກ້າວໜ້າ, ການທົດ​ລອງ​ຂີ່​ລົດ​ແລະ​ຂັບ​ລົດ ​ແລະ​ອື່ນໆ. ມາ​ຮອດ​ປັດຈຸບັນ, ​ໄດ້​ເຊື້ອ​ເຊີນ​ບໍລິສັດ​ລົດ​ທີ່​ມີ​ຊື່​ສຽງ 20 ​ແຫ່ງ ​ແລະ ຜູ້ຕາງໜ້າ​ວິ​ສາ​ຫະກິດ​ລົດ​ພະລັງງານ​ໃໝ່ 80 ກວ່າ​ແຫ່ງທັງ​ພາຍ​ໃນ​ແລະ​ຕ່າງປະ​ເທດ ​ແລະ ຜູ້​ຊ່ຽວ​ຊານ, ນັກວິຊາການ​ພາຍ​ໃນ​ແລະ​ຕ່າງປະ​ເທດ 150 ກວ່າ​ທ່ານ ລວມທັງ​ສະມາຊິກສະ​ຖາ​ບັນ​ວິທະຍາສາດ ຫຼື ສະ​ຖາ​ບັນວິສະວະກຳ ຫຼາຍທ່ານ​ເຂົ້າຮ່ວມ​ກອງ​ປະຊຸມ ​ເພື່ອ​ປຶກສາ​ຫາລື​ທ່າ​ອ່ຽງການ​ພັດທະນາ​ເຕັກນິກ​ລົດ​ພະລັງງານ​ໃໝ່​ໃນ​ອະນາຄົດ ​ແລະ ຍຸດ​ທະ​ສາດ​ການ​ຫັນປ່ຽນຂອງ​ອຸດສາຫະກຳດັ່ງກ່າວ.