ນັບແຕ່ເດືອນມັງກອນຫາເດືອນພຶດສະພາປີນີ້ການຄ້າຕ່າງປະເທດຂອງແຂວງຢຸນນານ ເພີ່ມຂຶ້ນ 13,6%

2019-06-24 17:40:59 |ມາຈາກ: 云南日报

ນັກຂ່າວໄດ້ຮັບຮູ້ຈາກດ່ານພາສີໃນມື້ມໍ່ໆມານີ້ວ່າ, ໃນເດືອນມັງກອນຫາເດືອນພຶດສະພາປີນີ້, ມູນຄ່າການຄ້າຕ່າງປະເທດຂາອອກແລະຂາເຂົ້າຂອງແຂວງຢຸນນານບັນລຸ 87,16 ຕື້ຢວນ, ເພີ່ມຂຶ້ນ 13,6% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍ, ໃນນັ້ນ, ມູນຄ່າການສົ່ງອອກບັນລຸ 36,21 ຕື້ຢວນ, ເພີ່ມຂຶ້ນ 27,4%, ມູນຄ່າການນຳເຂົ້າມີ 50,94 ຕື້ຢວນ, ເພີ່ມຂຶ້ນ 5,4%.

ໃນຫ້າເດືອນຕົ້ນປີນີ້, ມູນຄ່າການຄ້າຂອງແຂວງຢຸນນານກັບປະເທດ ໜຶ່ງແລວ ໜຶ່ງເສັ້ນທາງ ມີເຖິງ 62,19 ຕື້ຢວນ, ເພີ່ມຂຶ້ນ 9,5%. ໃນນັ້ນ, ຂາອອກເພີ່ມຂຶ້ນ16.6%,ຂາເຂົ້າເພີ່ມຂຶ້ນ 5.8%.

ສິນຄ້າສົ່ງອອກຕົ້ນຕໍສືບຕໍ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ມູນຄ່າການສົ່ງອອກຜະລິດຕະພັນເຄື່ອງໄຟຟ້າເພີ່ມຂຶ້ນ 24,9%, ມູນຄ່າການສົ່ງອອກຂອງຝຸ່ນເຄມີເພີ່ມຂຶ້ນ 53,1%, ສ່ວນມູນຄ່າການສົ່ງອອກຂອງຜະລິດຕະພັນກະສິກຳເພີ່ມຂຶ້ນ 8,4%, ພ້ອມດຽວກັນນັ້ນ,ມູນຄ່າການນຳເຂົ້າຂອງຜະລິດຕະພັນກະສິກຳເພີ່ມຂຶ້ນ 31,1%.