ທ່ານ​ສີ​ຈິ້ນ​ຜິງ​ຈະ​ເດີນ​ທາງ​ໄປ​ເຂົ້າ​ຮ່ວມກອງ​ປະ​ຊຸມ G20

2019-06-24 17:42:28 |ມາຈາກ: CRI

ນັບ​ແຕ່ວັນ​ທີ 27 ຫາ​ວັນ​ທີ 29 ມິ​ຖຸ​ນາ​ນີ້, ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊື້ອ​ເຊີນ, ທ່ານ​ ສີ​ຈິ້ນ​ຜີງ ປະ​ທານ​ປະ​ເທດ​ຈີນ​ຈະ​ເດີນ​ທາງ​ໄປນະ​ຄອນ​ໂອ​ຊາ​ກາ​ປະ​ເທດ​ຍີ່​ປຸ່ນເພື່ອ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ກຸ່ມ 20 ປະ​ເທດ​ຫຼື G20 ​ຄັ້ງ​ທີ 14. ໃນ​ພິ​ທີ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ມິ​ຖຸ​ນາ​ນີ້, ​ພ​າກ​ສ່ວນ​ກ່ຽວ​ຂ້ອງ​ຂອງ​ຈີນ​ແຈ້ງວ່າ, ນີ້​ແມ່ນ​ທ່ານ​ສີ​ຈິ້ນ​ຜິງ​ເຂົ້າ​ຮ່ວມ​ຫຼື​ເປັນ​ປະ​ທານ​ຈັດ​ກອງ​ປະ​ຊຸມ​ສຸດຍອດ G20 ເປັນ​​ຄັ້ງທີ 7 ລຽນ​ຕິດ, ຈີນ​ຍິນ​ດີ​ຮ່ວມ​ກັບ​ຝ່າຍ​ຕ່າງໆ, ປົກ​ປັກ​ຮັກ​ສາ​ລັດ​ທິ​ຫຼາຍ​ຝ່າຍ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ, ສະ​ແຫ​ວງ​ຫາ​ການ​ພັດ​ທະ​ນາ​ຮ່ວມ​ກັນ​ແລະ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊ​ະ​ຕາ​ກຳ​​ຂອງມວນ​ມະ​ນຸດ.

ກອງ​ປະ​ຊຸມ​ສຸດຍອດ G20 ​ຄັ້ງ​ທີ 14 ຈະ​ຈັດ​ຂຶ້ນຢູ່​ນະ​ຄອນ​ໂອ​ຊາ​ກາ​ແຕ່​ວັນ​ທີ 28 ຫາ​ວັນ​ທີ 29 ມິ​ຖຸ​ນາ​ນີ້. ​ກ່ຽວ​ກັບ​ວາ​ລະ​ປະ​ຊຸມ​ຂອງ​ທ່ານ​ສີ​ຈິ້ນ​ຜິງ, ທ່ານ​ຈ່ຽງ​ຈຸ່ນ, ຜູ້​ປະ​ສານ​ງານ​ວຽກ​ງານ​ກຸ່ມ G20 ​ຂອງຝ່າຍ​ຈີນ, ຜູ້​ຊ່ວຍ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ:ທ່ານ​ສີ​ຈິ້ນ​ຜິງ​ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄົບ​ຄະ​ນະໃນ 4 ​ຕອນ​ຂອງກອງ​ປະ​ຊຸມ​ສຸດຍອດໂອ​ຊາ​ກາ ໂດຍ​ຈະ​ເຂົ້າ​ຮ່ວມ​ການ​ປຶກ​ສາ​ຫາ​ລື​ຫົວ​ຂໍ້​ຕ່າງໆ​ເຊັ່ນ ເສດ​ຖະ​ກິດ​ແລະ​ການ​ຄ້າ​ໂລກ, ເສດ​ຖະ​ກິດ​ດິ​ຈີ​ຕອນ, ການ​ພັດ​ທະ​ນາ​ແບບກວມ​ລວມ​ແລະ​ຍືນ​ຍົງ, ພື້ນ​ຖານ​ໂຄງ​ລ່າງ, ດິນ​ຟ້າ​ອາ​ກາດ, ພະ​ລັງ​ງານ, ສິ່ງ​ແວດ​ລ້ອມ​ແລະ​ຫົວ​ຂໍ້​ອື່ນໆ ເຊິ່ງ​ຈະ​ລົງ​ເລິກ​ຊີ້​ແຈງ​ຄວາມ​ຄິດ​ເຫັນ​​ກ່ຽວ​ກັບ​ສະ​ຖາ​ນະ​ການ​ເສດ​ຖະ​ກິດ​ໂລກ ​ແລະ​ສຸມ​ໃສ່​ຊອກ​ໃຫ້​ເຫັນ​ກົກ​ເຄົ້າ​​ຂອງສາ​ເຫດແລະ​ວາງ​ແຜນ​ແກ້​ໄຂ​ບັນ​ຫາ​ທີ່​ມີ​ຢູ່​ໃນ​ປັດ​ຈຸ​ບັນ, ເພື່ອ​ກຳ​ແໜ້ນ​ທິດ​ທາງ​ລວມ​ຂອງ​ເສດ​ຖະ​ກິດ​ໂລກ​ໃຫ້​ດີ.

ທ່ານ ​ຈ່າງ​ຈຸ່ນ ​ກ່າວ​ວ່າ, ຈີນ​ຍິນ​ດີ​ຮ່ວມ​ກັບ​ບັນ​ດາ​ຝ່າຍປົກ​ປ້ອງ​ລັດ​ທິ​ຫຼາຍ​ຝ່າຍ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ. ພາຍ​ໃຕ້​ສະ​ພາບ​ການ​ໃນ​ປັດ​ຈຸ​ບັນ, G20 ຄວນ​ປົກ​ປ້ອງ​ລັດ​ທິຫຼາຍ​ຝ່າຍ​ຢ່າງ​ຈະ​ແຈ້ງ​ແລະ​ເດັດ​ດ່ຽວ​ໜຽວ​ແໜ້ນ, ປົກ​ປ້ອງ​ລະ​ບຽບ​ສາ​ກົນ​ບົນ​ພື້ນ​ຖານ​ກົດ​ໝາຍ​ສາ​ກົນ, ປົກ​ປ້ອງ​​ຄວາມຍຸ​ຕິ​ທຳ​ແລະ​ຄວາມ​ເປັນ​ທຳ​ຂອງ​ໂລກ, ເຮັດ​ໃຫ້​ເສດ​ຖ​ະ​ກິດ​ໂລກ​ກັບ​ຄືນ​ສູ່​​ເສັ້ນ​ທາງການ​ພັດ​ທະ​ນາ​ຢ່າງ​ເປັນ​ປົກ​ກະ​ຕິ. ຈີນ​ຍິນ​ດີ​ຮ່ວມ​ກັບ​ບັນ​ດາ​ຝ່າຍ​ກຳ​ແໜ້ນ​ທິດ​ທາງ​ການ​ຮ່ວມ​ມື​ຂອງ G20, ສະ​ແດງ​ໃຫ້​ເຫັນ​ທ່າ​ທີ​ທີ່​ມີ​ຄວາມ​ຮັບ​ຜິ​ດ​ຊອບ​ແລະ​ມີ​ສ້າງ​ສັນ ໂດຍ​ບໍ່​ເຫັນແຕ່​ຜົນ​ປະ​ໂຫຍດ​ສະ​ເພາະໃນ​ປັດ​ຈຸ​ບັນ, ຮ່ວມ​ກັນ​ຮັບ​ມື​ກັບ​ບັນ​ຫາ​ສຳ​ຄັນ, ສະ​ແຫວງ​ຫາ​ການ​ພັດ​ທະ​ນາ​ຮ່ວມ​ກັນ, ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ມວນ​ມະ​ນຸດ.