ຮົງ​ກົງ​ຈັດ​ງານ​ລາ​ຕີ​ເພື່ອ​ສະ​ເຫຼີມສະຫຼອງ​ການ​ກັບ​ຄືນ​ສູ່​ປະ​ເທດ​ຊາດ​ຄົບ​ຮອບ 22 ປີ​ແລະ​ວັນ​ຊາດ​ຄົບ​ຮອບ 70 ປີ

2019-07-01 17:55:57 |ມາຈາກ: CRI

ງານ​ລາ​ຕີ​ຕ້ອນ​ຮັບວັນ​ຊາດ​ຄົບ​ຮອບ 70 ປີ​ແລະ​ສະ​ເໝີມສະຫຼອງ​ຮົງ​ກົງ​ກັບ​ຄືນ​ສູ່​ປະ​ເທດ​ຊາດ​ຄົບ​ຄອບ 22 ປີ ໄດ້​ຈັດ​ຂຶ້ນ​ຢູ່​ຮົງ​ກົງ​ໃນ​ຕອນ​ຄ່ຳ​ວັນ​ທີ 29 ມິ​ຖຸ​ນາ​ຜ່ານ​ມາ ​ໂດຍ​ສະ​ຫະ​ພັນ​ວົງ​ການ​ຕ່າງໆ​ຂອງ​ຮົງ​ກົງ.

ທ່ານ ລິວ​ຈ່ຽງ​ຮ​ວາ ຫົວ​ໜ້າ​ພະ​ແນກວຽກ​ງານ​ປະ​ຊາ​ສົງ​ເຄາະ​ຂອງ​ອົງ​ການ​ປົກ​ຄອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ງານ​ດັ່ງ​ກ່າວ​ວ່າ: ພາຍ​ຫຼັງ​ຮົງ​ກົງ​ກັບ​ຄື​ນ​ສູ່​ປະ​ເທດ​ຊາດ​ແລ້ວ ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດນະ​ໂຍ​ບາຍ “ປະ​ເທດ​ດຽວ​ສອງ​ລະ​ບອບ” ຢ່າງ​ສຳ​ເລັດ​ຜົນ, ແລະ​ໄດ້​ຮັກ​ສາ​ຄວາມ​ໝັ້ນ​ທ່ຽງ​ໃນ​ດ້ານ​ເສດ​ຖະ​ກິດ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປ​ະ​ຊາ​ຊົນ​ກໍ​ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ດີ​ຂຶ້ນ​ຢ່າງ​ບໍ່​ຢຸດຢັ້ງ​ພາຍ​ໃຕ້​ການ​ສະ​ໜັບ​ສະ​ໜູນ​ຂອງ​ປະ​ເທດ​ຊາດ. ງານ​ລາ​ຕີ​ຄັ້ງ​ນີ້ ຈັດ​ໂດຍ​ພະ​ແນກ​ຕົນ, ແມ່ນ​ກິດ​ຈະ​ກຳ​ທີ່​ສຳ​ຄັນ​ເພື່ອ​​ສະ​ເຫຼີມສະຫຼອງ​ຮົງ​ກົງ​ກັບ​ຄືນ​ສູ່​ປະ​ເທດ​ຊາດ, ແລະ​ເນື່ອ​ງ​ໃນ​ໂອ​ກາດ​ວັນ​​ສະ​ຖາ​ປະ​ນາ​ປະ​ເທດ​ຊາດ​ຄົບ​ຮອບ 70 ປີ, ຫວັງ​ຢ່າງ​ຍິ່ງວ່າ ວົງ​ການ​ຕ່າງໆ​ຈະ​ຮ່ວມ​ກັນ​ປະ​ກອບ​ສ່ວນ​ເພື່ອ​ອະ​ນາ​ຄົດ​ຂອງ​ປະ​ເທດ​ຊາດ ກໍ​ຄື​ຂອງ​ຮົງ​ກົງ​ໃຫ້ຫຼາຍກວ່າ​ເກົ່າ.

ໃນ​ມື້​ດຽວ​ກັນ, ​ຄະ​ນະ​ຈັດ​ຕັ້ງ​ງານ​ລາ​ຕີ​ໄດ້​ເຊື້ອ​ເຊີນວົງ​ການສິ​ລະ​ປະ​ຕ່າງໆໄປ​ສະ​ແດງ​ລາຍ​ການ​ທີ່​ຍອດ​ຍິ່ງ​ໜ້າ​ຊົມ​ໃຫ້​ແກ່​ຜູ້​ຊົມ​ເກືອບ 2.500 ຄົນ ທ່າມ​ກາງ​ບັນ​ຍາ​ກາດ​ອັນ​ອົບ​ອຸ່ນ​ເພື່ອ​​ສະ​ເຫຼີມສະຫຼອງ​ຮົງ​ກົງ​ກັບ​ຄືນ​ສູ່​ປະ​ເທດ​ຊາດ​ຄົບ​ຮອບ 22 ປີ​ແລະ​ຕ້ອນ​ຮັບ​ວັນ​ຊາດ​ຄົບ​ຮອບ 70 ປີ.