ຈີນ​ເປີດກວ້າງຫຼາຍ​ເຂດ​ຕື່ມ​ອີກ​ທີ່​ອະ​ນຸ​ຍາດ​ໃຫ້​​ຕ່າງ​ປະ​ເທດ​ມາ​ລົງ​ທຶນ

2019-07-01 18:02:09 |ມາຈາກ: CRI

ວັນ​ທີ 30 ມິ​ຖຸ​ນາ​ແລ້​ວ​ນີ້, ລັດ​ຖະ​ບາ​ນ​ຈີນ​ໄດ້​ເຜີຍ​ແຜ່ ມາດ​ຕະ​ການ​ຄຸ້ມ​ຄອງ​ພິ​ເສດ​ກ່ຽວ​ກັບ​ການ​ເຂົ້າ​ເຖິງຕະຫຼາດ​ຈີນ​​ສຳ​ລັບ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ໃນບັນ​ຊີ​ດ້ານ​ລົບສະ​ບັບ​ປີ 2019 ແລະ ​ມາດ​ຕະ​ການ​ຄຸ້ມ​ຄອງ​ພິ​ເສດ​ກ່ຽວ​ກັບ​ການ​ເຂົ້າ​ເຖິງ​ເຂດ​ທົດ​ລອງ​ການ​ຄ້າ​ເສ​ລີ​ສຳ​ລັບການ​ລົງ​ທຶນ​ຂອງຕ່າງ​ປະ​ເທດ​ໃນບັນ​ຊີ​ດ້ານ​ລົບສະ​ບັບ​ປີ 2019 ຢ່າງ​ເປັນ​ທາງ​ການ ໂດຍ​ອະ​ນຸ​ມັດ​ໃຫ້​ນັກ​ທຸ​ລະ​ກິດ​ຕ່າງ​ປະ​ເທດຖື​ຫຸ້ນຫຼື​ດຳ​ເນີນ​ທຸ​ລະ​ກິດ​ດ້ວຍ​ການ​ລົງ​ທຶນ​​ພຽງຜູ້​ດຽວ​ຢູ່​ຈີນໃນຫຼາຍ​ຂົງ​ເຂດກວ່າ​ເກົ່າ​.

ບັນ​ຊີ​ດ້ານ​ລົບ​ກ່ຽວ​ກັບ​ການ​ເຂົ້າ​ເຖິງ​​ຕະຫຼາດຈີນ​ສຳ​ລັບ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ສະ​ບັບ​ໃໝ່​ມີ​ຈຸດ​ພິ​ເສດ 3 ຂໍ້ ຄື ໜຶ່ງ: ເມື່ອ​ທຽບ​ໃສ່​ສະ​ບັບ​ກ່ອນ​ແລ້ວ, ​ເນື້ອ​ໃນບັນ​ຊີ​ດ້ານ​ລົບ​ສະ​ບັບ​ປັດ​ຈຸ​ບັນໄດ້ຫຼຸດ​ລົງ​ຈາກ 48 ຂໍ້​ລົງ​ເຫຼືອ 40 ຂໍ້ ເຊິ່ງ​ໄດ້ຫຼຸດ​ລົງ​ເຖິງ 16,7%, ບັນ​ຊີ​ດ້ານ​ລົບ​ສະ​ບັບ​ເຂດ​ການ​ຄ້າ​ເສ​ລີ​ໄດ້ຫຼຸດ​ຈາກ 45 ຂໍ້​ລົງ​ເຫຼືອ 37 ຂໍ້ ເຊິ່ງຫຼຸດ​ລົງ 17,8%. ສອງ: ໄດ້​ເປີດ​ຂົງ​ເຂດ​ການ​ລົງ​ທຶນຂອງ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ຢ່າງ​ຮອບ​ດ້ານ ເຊິ່ງ​ລວມ​ທັງ​ກະ​ສິ​ກຳ, ຂະ​ແໜງ​ການ​ຂຸດ​ຄົ້ນ​ບໍ່​ແຮ່, ຂະ​ແໜງ​ການ​ອຸດ​ສາ​ຫະ​ກຳ​ການ​ຜະ​ລິດກໍ​ຄື​ຂະ​ແໜງ​ການ​ບໍ​ລິ​ການ​ເຊັ່ນ: ​ການຄົມ​ມະ​ນາ​ຄົມ​ຂົນ​ສົ່ງ, ໂທ​ລະ​ຄົມ​ທີ່​ມີ​ມູນ​ຄ່າ​ເພີ່ມ, ພື້ນ​ຖານ​ໂຄງ​ລ່າງ, ວັດ​ທະ​ນະ​ທຳ​ແລະ​ອື່ນໆ. ສາມ: ສືບ​ຕໍ່​ມອບ​ສິດ​ໃຫ້​ເຂດ​ການ​ຄ້າ​ເສ​ລີ​ເປັນ​ຜູ້​ປະ​ຕິ​ບັດ​ແລະ​ທົດ​ລອງ​ກ່ອນ​ໃນ​ດ້ານ​ການ​ເປີດກວ້າງ​ການ​​ເປີດປະ​ຕູ​​ສູ່​ພາຍນອກ ຕົວ​ຢ່າງ​ເຊັ່ນ: ຍົກ​ເລີກ​ການ​ຈຳ​ກັດ​ຕໍ່ນັກ​ທຸ​ລະ​ກິດ​ຕ່າງ​ປະ​ເທດ​ຢູ່​ເຂດ​ການ​ຄ້າ​ເສ​ລີ​ໃນ​ການ​ລົງ​ທຶນ​ໃນ​ຂົງ​ເຂດ​ການ​ຫາ​ສິ​ນ​ໃນ​ນ້ຳ, ການ​ພິມ​ຈຳ​ໜ່າຍ​ສິ່ງ​ພິມ​ແລະ​ອື່ນໆ.

ຈີນປັບ​ປຸງ​ບັນ​ຊີ​ດ້ານ​ລົບ​ເພື່​ອ​ເປີດກວ້າງ​ຂົງ​ເຂດ​ການ​ລົງ​ທຶນ​ສຳ​ລັບ​ທຶນ​ຕ່າງ​ປະ​ເທດ​ຄັ້ງ​ນີ້ ເຊິ່ງ​ບໍ່​ພຽງ​ແຕ່​ໄດ້​ສົ່ງ​ສັນ​ຍານ​ຕໍ່​ພາຍນອກວ່າ ຈີນ​ມີ​ການ​ປະ​ຕິ​ບັດ​ຕົວ​ຈິງ​ໃນ​ການ​ເປີດກວ້າງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ນັບ​ມື້ຫຼາຍ​ຂຶ້ນ​ເທົ່າ​ນັ້ນ ຍັງ​ເປັນ​ການ​ຮັບ​ປະ​ກັນ​ດ້ານ​ນະ​ໂຍ​ບາຍ​ອັນ​ແນ່ນອນ​ໃຫ້​ແກ່​ທຶນ​ຕ່າງ​ປະ​ເທດ​ເຂົ້າ​ສູ່​ຕະຫຼາດ​ຈີນ, ຮ່ວມ​ກັນ​ຊົມ​ໃຊ້​ໂອ​ກາດ​ການ​ພັດ​ທະ​ນາ​ຂອງ​ຈີນ ເພື່ອ​ບັນ​ລຸ​​ເປົ້າ​ໝາຍໃຫ້​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ນຳ​ກັນ.