ທ່ານ​ສີ​ຈິ້ນ​ຜິງ​ສົ່ງ​ສານຊົມ​ເຊີຍເຖິງກອງ​ປະ​ຊຸມ​ໃຫຍ່​ລົດ​ໃຊ້​ພະ​ລັງ​ງານ​ໃໝ່​ໂລກ 2019

2019-07-02 17:29:31 |ມາຈາກ: CRI

ກອງ​ປະ​ຊຸມ​ໃຫຍ່​ລົດ​ຍົນ​ທີ່​ໃຊ້​ພະ​ລັງ​ງານ​ໃໝ່​ໂລກ​ 2019 ໄດ້​ໄຂ​ຂຶ້ນ​ຢູ່​ເມືອງ​ໂປ​ອາວ ແຂວງ​ໄຫຫຼຳ ສ​ປ ຈີນ​ໃນ​ວັນ​ທີ 2 ກໍ​ລະ​ກົດ​ນີ້. ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ສານ ເພື່ອ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຢ່າງ​ອົບ​ອຸ່ນ​ຕໍ່​ກອງ​ປະ​ຊຸມ​ຄັ້ງ​ນີ້.

ສານຊົມ​ເຊີຍ​ຂອງ​ທ່າ​ນ​ສີ​ຈິ້ນ​ຜິງ​ລະ​ບຸ​ວ່າ: ຂະ​ແໜງ​ການ​ລົດ​ຍົນ​ທີ່​ໃຊ້​ພະ​ລັງ​ງານ​ໃໝ່​ກຳ​​ລັງ​ກ້າວເຂົ້າ​ສູ່​ໄລ​ຍະ​ໃໝ່​ທີ່​ການ​ພັດ​ທະ​ນາ​ເລັ່ງ​ລັດ​ໄວ​ຂຶ້ນ, ເຊິ່ງ​ບໍ່​ພຽງ​ແຕ່​ໄດ້​ເພີ່ມພະ​ລັງ​ແຮງ​ໃໝ່​ທີ່​ເຂັ້ມ​ແຂງ​ໃນ​ການ​ຂັບ​ເຄື່ອນ​ໃຫ້​ເສດ​ຖະ​ກິດ​ຂອງ​ບັນ​ດາ​ປະ​ເທດ​ຂະ​ຫຍາຍ​ຕົວ​ເທົ່າ​ນັ້ນ, ຍັງ​ໄດ້​ຊ່ວຍຫຼຸດ​ການ​ລະ​ບາຍ​ອາຍ​ພິດ​ເຮືອນ​ແກ້ວ​ໃຫ້​ໜ້ອຍ​ລົງ, ທັງ​ຊ່ວຍຮັບ​ມື​ກັບ​ສິ່ງ​ທ້າ​ທ້າຍຈາກ​ການ​ປ່ຽນ​ແປ​ງ​ຂອງ​ດິນ​ຟ້າ​ອາ​ກາດ, ປັບ​ປຸງ​​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ຂອງ​ໂລກ​ໃຫ້​ດີ​ຂຶ້ນ.

ທ່ານ​ສີ​ຈິ້ນ​ຜິງ​ເນັ້ນ​ໜັກ​ໃນ​ສານ​ຊົມ​ເຊີຍ​ວ່າ: ຈີນ​ຍຶດ​ໝັ້ນ​ເດີນ​ຕາມ​ເສັ້ນ​ທາງ​ພັດ​ທະ​ນາ​ແບບ​ສີ​ຂຽວ,ກາກບອນ​ຕ່ຳ​ແລະ​ຍືນ​ຍົງ, ຈີນ​ຍິນ​ດີ​ຮ່ວມ​ກັບ​ປະ​ຊາ​ຄົມ​ໂລກ​ເລັ່ງ​ລັດ​ການ​ຊຸກ​ຍູ້​ການ​ປະ​ດິດ​ສ້າງ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​​ດ້ານ​ລົດ​ຍົນ​ທີ່​ໃຊ້​ພະ​ລັງ​ງານ​ໃໝ່​ພ້ອມ​ດ້ວຍ​ການ​ພັດ​ທະ​ນາ​ຂອງ​ຂະ​ແໜງ​ການ​​ທີ່​ກ່ຽວ​ຂ້ອງ, ປະ​ກອບ​ສ່ວນຫຼາຍກວ່າ​ເກົ່າ​ເພື່ອ​ສ້າງ​ໂລກ​ທີ່​ສະ​ອາດ​ແລະ​ສວຍ​ງາມ, ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ.