ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ດາ​ວົ​ສ​ລະ​ດູ​ຮ້ອນ​ຄັ້ງ​ທີ 13 ໄດ້​ສິ້ນ​ສຸດ​ລົງ

2019-07-04 17:34:55 |ມາຈາກ: CRI

ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ດາ​ວົ​ສ​ລະ​ດູ​ຮ້ອນ​ຄັ້ງ​ທີ 13 ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຕ້າ​ລຽນ ແຫ່ງ ສ​ປ ຈີນ ໄດ້​ສຳ​ເລັດ​ຕາມວາ​ລະ ແລະ ໄດ້​ອັດ​ລົງ​ໃນ​ວັນ​ທີ 3 ກໍ​ລະ​ກົດ​ນີ້.

ກອງ​ປະ​ຊຸມ​ຄັ້ງ​ນີ້​ທີ່​ມີ​ຫົວ​ຂໍ້​ວ່າ “ກຳ​ລັງ​ນຳ​ພາ 4,0: ຊ່ອງ​ທາງ​ສູ້​ຄວາມ​ສຳ​ເລັດ​ໃນ​ຍຸກ​​ໂລ​ກາ​ພິ​ວັດ” ​ເຊິ່ງໄດ້​ຈັດ​ກອງ​ປະ​ຊຸມ​ຍ່ອຍ 200 ກວ່າ​ຄັ້ງ ເຊັ່ນ: ກອງ​ປະ​ຊຸມ​ສົນ​ທະ​ນາ​ລະ​ຫວ່າງ​ນັກ​ທຸ​ລະ​ກິດ, ງານ​ລາ​ຕີ​ວັດ​ທະ​ນະ​ທຳ, ກອງ​ປະ​ຊຸມ​ສະ​ເພາະ​ຕ່າງໆ ເປັນ​ຕົ້ນ ເຊິ່ງ​ໄດ້​ດຶງ​ດູດ​ບຸກ​ຄົນ​​ທີ່​ມີ​ຊື່​ສຽງ​ໃນ​ວົງ​ການ​ການ​ເມືອງແລະ​ການ​ຄ້າ, ​ຜູ້ຊ່ຽວ​ຊານ​​ນັກວິ​ຊາ​ການ ແລະ ສື່ມວນ​ຊົນ 2000 ກວ່າ​ຄົນຈາກ 90 ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ​ເຂົ້າ​ຮ່ວມ ໂດຍ​​ໄດ້​ດຳ​ເນີນ​ໄປ​ເປັນເວ​ລາ 3 ວັນ, ​ໃນ​ກອງ​ປະ​ຊຸມ​ໄດ້ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຫົວ​ຂໍ້​​ສຳ​ຄັນຕ່າງໆ ເຊັ່ນ: 5G, ໂລ​ກາ​ພິ​ວັດ, ອັດ​ສະ​ລິ​ຍະ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ລົດ​ບໍ່​ມີ​ຄົນ​ຂັບ ແລະ ​ຫົວ​ຂໍ້ອື່ນໆ.

ຫົວ​ຂໍ້​​ຕ່າງໆກ່ຽວ​ກັບ​ຈີນ ເຊັ່ນ: ອະ​ນາ​ຄົດ​​ຂອງເສດ​ຖະ​ກິດ​ຈີນ, ນະ​ໂຍ​ບາຍ​ໃໝ່​​ຂອງ​ຈີນ​ທີ່​ມີຕໍ່​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ​, ການ​ປ່ຽນ​ແປງ​ຮູບ​ແບບ​ການ​ພັດ​ທະ​ນາ​ຂອງ​ເງິນ​ທຶນ​ຈີນ ເປັນ​ຕົ້ນ​ຍັງ​ແມ່ນ​ຫົວ​ຂໍ້​​ສຳ​ຄັນໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້, ຈີນ​ໄດ້​ສົ່ງ​ສັນ​ຍານ​​ໃນ​ການຈະ​ເປີດກວ້າງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ ແລະ ຍຶດ​ໝັ້ນ​ການ​ປະ​ຕິ​ຮູບ​​ໂດຍໄດ້​ຮັບ​ສຽງ​ຕອບ​ຮັບ​ຢ່າງກວ້າງ​ຂວາງ, ແຂກ​ຜູ້​ມີ​ກຽດ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໄດ້​ມີ​ຄວາມ​ໝັ້ນ​ໃຈ​ຢ່າງ​ເຕັມ​ປ່ຽມ ​ກຳ​ລັງ​ຊຸກ​ດັນ​ຂອງ​ຈີນ ແລະ ແຜນ​ການ​ຂອງ​ຈີນ​ທີ່​ໄດ້​ປະ​ກອບ​ສ່ວນ​ຕໍ່​ການ​ພັດ​ທະ​ນາ​​ເສດ​ຖະ​ກິດ​​ໂລກ.