ການຍົກ​ລະ​ດັບ​ການ​ບໍ​ລິ​ໂພກ​ໄດ້​ກາຍ​ເປັນ​ກຳ​ລັງ​ຊຸກ​ດັນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ທີ່​ສຳ​ຄັນ​ຂອງ​ຈີນ

2019-07-09 11:07:06 |ມາຈາກ: CRI

ບົດ​ລາຍ​ງານຫຼ້າສຸດທີ່​ກົມ​ສະ​ຖິ​ຕິ​ແຫ່ງ​ຊາດ​ຈີນ​ເປີດ​ເຜີຍໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ຕະຫຼອດ​ໄລ​ຍະ​ສະ​ຖາ​ປະ​ນາ​ ສ​ປ ຈີນ 70 ປີ​ມາ​ນີ້, ລາ​ຍ​ຮັບ​ຂອງ​ພົນ​ລະ​ເມືອງ​ຈີນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ແລະ ລະ​ດັບ​ການ​ບໍ​ລິ​ໂພກ​ກໍ​ສູງ​ຂຶ້ນ​ເລື້ອຍໆ. ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຈີນ​​ຈາກ​ໄລ​ຍະ​ຂາດ​ເຂີນ​ອຶດ​ຫິວ​ໄດ້​ກ້າວ​ເຂົ້າ​ສູ່​ໄລ​ຍະ​ອີ່ມ​ໜຳ​ສຳ​ລານ​​ໂດຍ​ລວມ ແລະ ພວມ​ກ້າວ​ໄປ​ສູ່​ໄລ​ຍະ​ອີ່ມ​ໜຳ​ສຳ​ລານ​ຢ່າງ​ຮອບ​ດ້ານ. ບົດ​ລາຍ​ງານ​ສະ​ແດງ​ໃຫ້​ເຫັນ​ວ່າ, ລາຍ​ຮັບ​ສະ​ເລ່ຍ​ຕໍ່​ຫົວ​ຄົນ​ຂອງ​ຈີນ​ໃນ​ປີ 2018 ໄດ້​ບັ​ນ​ລຸ 9.732 ໂດ​ລາ​ສະ​ຫະ​ລັດ, ສູງກວ່າ​ລະ​ດັບ​ສ​ະ​ເລ່ຍ​ຂອງ​ປະ​ເທດ​ທີ່​ມີ​ລາຍ​ຮັບ​ປານ​ກາງ. ລາຍ​ຈ່າຍ​ດ້ານ​ການ​ບໍ​ລິ​ໂພກ​ສະ​ເລ່ຍ​ຕໍ່​ຫົວ​ຄົນ​ແມ່ນ 19.853 ຢວນ, ເພີ່ມ​ຂຶ້ນ 19,2 ເທົ່າ​ເມື່ອ​ທຽບ​ໃສ່​ປີ 1978.

ນອກ​ນີ້, ຕົວ​ເລກ​​ຍັງ​ໄດ້ສະ​ແດງ​ໃຫ້​ເຫັນ​ວ່າ, ອັດ​ຕາການ​ປະ​ກອບ​ສ່ວນ​ຂອງ​ການ​ບໍ​ລິ​ໂພກ​ຕໍ່​ການ​ເຕີບ​ໂຕ​ຂອງ GDP ​ໃນ​ປີ 2018ແມ່ນ 76,2%, ເພີ່ມ​ຂຶ້ນ 18,6% ເມື່ອ​ທຽບ​ໃສ່​ປີ 2017, ການ​ບໍ​ລິ​ໂພກ​ນັບ​ມື້​ນັບ​​ກາຍ​ເປັນ​ກຳ​ລັງ​ຕົ້ນ​ຕໍ​ທີ່​ຊຸກ​ຍູ້​ການ​ເຕີບ​ໂຕດ້ານ​ເສດ​ຖະ​ກິດ​ຈີນ.