ທ່ານ ວາງ​ຊີ​ຊ່ານ ເຂົ້າ​ຮ່ວມ​ພິ​ທີ​ເປີດ​ເວ​ທີ​ປຶກ​ສາ​ຫາ​ລື​ສັນ​ຕິ​ພາບ​ໂລກ​ຄັ້ງ​ທີ 8

2019-07-09 11:56:56 |ມາຈາກ: CRI

ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ສັນ​ຕິ​ພາບ​ໂລກ​ຄັ້ງ​ທີ 8 ພາຍ​ໃຕ້​ຫົວ​ຂໍ້ “ເຮັດ​ໃຫ້​ລະ​ບຽບ​ສາ​ກົນ​ມີ​ຄວາມ​ໝັ້ນ​ທ່ຽງ: ແບກ​ຫາບ​ພາ​ລະ​ໜ້າ​ທີ່​ຮ່ວມ​ກັນ, ຄຸ້ມ​ຄອງ​ບໍ​ລິ​ຫານ​ຮ່ວມ​ກັນ ແລະ ຊົມ​ໃຊ້​ຮ່ວມ​ກັນ” ໄດ້​ຈັດ​ຂຶ້ນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ຊິ່ງ​ຮ​ວາ​ໃນ​ວັນ​ທີ 8 ກໍ​ລະ​ກົດ​ນີ້, ທ່ານ ວາງ​ຊີ​ຊ່ານ ຮອງ​ປະ​ທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມພິ​ທີ​ເປີດ​ເວ​ທີ​ປຶກ​ສາ​ຫາ​ລື​ດັ່ງ​ກ່າວ ແລະ​ໄດ້​ກ່າວ​ຄຳ​ປາ​ໄສ.

ທ່ານ ວາງ​ຊີຊ່ານ ກ່າວ​ວ່າ: ນັບ​ແຕ່​ສະ​ຖາ​ປະ​ນາ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ​ເປັນ​ຕົ້ນ​ມາ, ​ຜ່ານ​ຈາກ​ຄວາມ​ພະ​ຍາ​ຍາມ​ຢ່າງ​ທໍ​ລະ​ຫົດ​ອົດ​ທົນ, ປະ​ຊາ​ຊົນ​ຈີນ​ໄດ້​ບັນ​ລຸ​ການ​ປ່ຽນ​ແປງ​​ຢ່າງ​ໃຫຍ່ຫຼວງ​ໃນ​ປະ​ຫວັດ​ສາດ​ທີ່​ຈາກ​ການ​ຂາດ​ເຂີນ​ອຶດ​ຫິວ​ໄປ​ສູ່​ຄວາມ​ອີ່ມ​ໜຳ​ສຳ​ລານ​ຢ່າງ​ຮອບ​ດ້ານ. ການ​ພັດ​ທະ​ນາ​ຂອງ​ຈີນ ຈະ​ແຍກ​ອອກ​ຈາກ​ໂລກ​ບໍ່​ໄດ້, ການ​ພັດ​ທະ​ນາ​ຂອງ​ໂລກ​ກໍ​ແຍກ​ອອກ​ຈາກ​ຈີນ​ບໍ່​ໄດ້​ເຊັ່ນ​ດຽວ​ກັນ. ຈີນ​ເດັດ​ດ່ຽວ​ເດີນ​ຕາມ​ເສັ້ນ​ທາງ​ພັດ​ທະ​ນາ​ໂດຍ​ສັນ​ຕິ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ຈະ​ບໍ່​ສະ​ແຫວງ​ຫາ​ຄວາມ​ເປັນ​ເຈົ້າ​ອຳ​ນາດ​ຈົນ​ຕາບ​ເທົ່າ​ໃດໆ, ຈະ​ບໍ່​ແຜ່​ຂ​ະ​ຫຍາຍ​ອາ​ນາ​ເຂດ​ຈົນ​ຕາບ​ເທົ່າ​ໃດໆ ແລະ​ຈະ​ບໍ່​ສະ​ແຫວງ​ຫາ​ຂອບ​ເຂດ​ອິດ​ທິ​ພົນ​ຂອງ​ຕົນ​ຈົນ​​ຕາມເທົ່າ​ໃດໆ. ໂດຍ​ຜະ​ເຊີນ​ໜ້າ​ກັບ​ການ​ປັບ​ປຸງ​ແລະ​ການ​ປ່ຽນ​ແປງ​ລະ​ບຽບ​ສາ​ກົນ​ໃນ​ປັດ​ຈຸ​ບັນ, ຈີນ​ມີ​ຈຸດ​ຢືນ​ຊຸກ​ຍູ້​ການ​ສ້າງ​ສາຍ​ພົວ​ພັນ​ສາ​ກົນ​ແບບ​ໃໝ່​ແລະ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ, ຮ່ວມ​ມື​ກັນ​ເພື່ອ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ໃໝ່​ຮ່ວມ​ກັນ​ຂອງມວນ​ມະ​ນຸດ. ຈີນ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ຈົ່ງ​ຍຶດ​ຖື​ຈິດ​ໃຈ​ແຫ່ງ​ການ​ພັດ​ທະ​ນາ​ໂດຍ​ສັນ​ຕິ, ຊຸກ​ຍູ້​ເສດ​ຖະ​ກິດ​ໂລ​ກາ​ພິ​ວັດ​ຢ່າງ​ບໍ່​ຫວັ່ນ​ໄຫວ​ຄອນ​ແຄນ​, ເພື່ອຮ່ວມ​ກັນ​ສ້າງ​ລະ​ບຽບ​ສາ​ກົນ​ທີ່​ຍຸ​ຕິ​ທຳ​, ສົມ​ເຫດ​ສົມ​ຜົນ, ມີ​ຄວາມ​ໜັ​ກ​ແໜ້ນ​ແລະ​ບັງ​ເກີດ​ຜົນ​ກວ່າເກົ່າ.