ງານ​ສຳ​ມະ​ນາ​ທິດ​ສະ​ດີ​ພັກ​ກອມ​ມູ​ນິດ​ຈີນ​ແລະ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ​ຄັ້ງ​ທີ 8 ຈັດ​ຂຶ້ນ​ຢູ່​ນະ​ຄອນ​ເຊ້ຍ​ເມີນ

2019-07-10 18:06:15 |ມາຈາກ: CRI

ງານ​ສຳ​ມະ​ນາ​ທິດ​ສະ​ດີ​ພັກ​ກອມ​ມູ​ນິດ​ຈີນ​ແລະ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ​ຄັ້ງ​ທີ 8 ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ເຊ້ຍ​ເມີນແຂວງ​ຟູ​ຈ້ຽນ ສ​ປ ຈີນ​ໃນ​ວັນ​ທີ 9 ​ກໍ​ລະ​ກົດ​ນີ້, ໂດຍ​ເນັ້ນ​ຫົວ​ຂໍ້ “ກົດ​ເກນແຫ່ງ​ການ​ສ້າງ​ສັງ​ຄົມ​ນິ​ຍົມ​ທັນ​ສະ​ໄໝຂອງ​ສອງ​ປະ​ເທດ​ຈີນ-ລາວ”. ທ່ານ​ຫວງ​ຄຸນມິງ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ເລຂາ​ຄະນະ​ເລ​ຂາ​ທິ​ການສູນ​ກາງ​​ພັກ, ທັງ​ເປັນຫົວ​ໜ້າຄະນະ​ໂຄສະນາ​ອົບຮົມ​ສູ​ນກາງ​ພັກ​​ກອມ​ມູນິດ​ຈີນ​, ທ່ານ ຈັນ​ສີ ​ໂພ​ສີຄຳ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ​ເລຂາ​ຄະ​ນະ​ເລ​ຂາທິການ​ສູນ​ກາງ​ພັກ, ຫົວໜ້າຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກປະຊາຊົນ​ປະຕິ​ວັດ​ລາວແລະ ທ່ານ ສຈ ປອ ກິແກ້ວ ໄຂຄໍາພິທູນ ເລຂາທິການສູນກາງພັກ ຫົວໜ້າ ຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ເປີດ​ປະ​ຊຸມ.

ກ່ອນ​ຈັດ​ງານ​ສຳ​ມະ​ນາ​ດັ່ງ​ກ່າວ, ທ່ານ​ຫວງ​ຄຸນ​ມິງ​ໄດ້​ພົບ​ປະ​ກັບ​ທ່ານຈັນ​ສີ​ ໂພ​ສີ​ຄຳ ແລະ​ທ່ານ​ກິ​ແກ້ວ ໄຂຄໍາພິທູນ, ເພື່ອແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ຄວາມ​ຮັບ​ຮູ້​​ທີ່ເປັນ​ເອ​ກະ​ພາບ​ກັນ​ສຳ​ຄັນ​ຂອງ​ເລ​ຂາ​ທິ​ການ​ໃຫຍ່​ຂອງສອງ​ພັກ, ແລະການ​ຊຸກ​ຍູ້​​ການສ້າງ​​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ລາວ​ແລະ​ບັນ​ຫາ​ອື່ນໆ.