ລວມຍອດ​​​ຜະ​ລິດ​ຕະ​ພັນ​ພາຍໃນຂອງ​ຈີນໃນ 6 ເດືອນ​ຕົ້ນ​ປີ​ນີ້​ເພີ່ມ​ຂຶ້ນ 6,3% ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ

2019-07-15 17:53:33 |ມາຈາກ: CRI

ອົງ​ການ​ສະ​ຖິ​ຕິ​ແຫ່ງ​ຊາດ​ຈີນ​ເປີດ​ເຜີຍ​ຂໍ້​ມູນ​ໃນ​ວັນ​ທີ 15 ​ກໍ​ລະ​ກົດ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ໂດຍ​ຜ່ານ​ການ​ຄິດ​ໄລ່​ເບື້ອງ​ຕົ້ນ, ໃນ 6 ເດືອນ​ຕົ້ນ​ປີ​ນີ້, ​ລວມຍອດ​​ຜະ​ລິດ​ຕະ​ພັນ​ພາຍ​ໃນ​ຫຼື GDP ບັນ​ລຸ​ເຖິງ 45093,3 ຕື້ຢວນ, ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ​ໄດ້​ເພີ່ມ​ຂຶ້ນ 6,3%. ເບິ່ງ​ຈ​າກ​ໄຕ​ມາດ​ແລ້ວ, ໃນ​ໄຕ​ມາດ​ທີ​ໜຶ່ງ​ໄດ້​ເພີ່ມ​ຂຶ້ນ 6,4%, ໄຕ​ມາດ​ທີ​ສອງ​ໄດ້​ເພີ່ມ​ຂຶ້ນ 6,2%. ໃນ​ 6 ເດືອນ​ຕົ້ນ​ປີ​ນີ້​ເສດ​ຖະ​ກິດ​ຈີນ​ໄດ້​ໝູນວຽນແລະ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ໝັ້ນ​ທ່ຽງ.