ຄວາມສາມາດການກະຈາຍເສັ້ນບິນຂອງສະຫນາມບິນສາກົນຊາງຊຸຍນະຄອນຄຸນໝິງສືບຕໍ່ເພີ່ມຂຶ້ນ

2019-07-16 17:52:39 |ມາຈາກ: 云南日报

ຄວາມສາມາດການກະຈາຍເສັ້ນບິນຂອງສະຫນາມບິນສາກົນຊາງຊຸຍນະຄອນຄຸນໝິງສືບຕໍ່ເພີ່ມຂຶ້ນ, ມາຮອດປີ 2018 ໄດ້ເປີດເສັ້ນບິນທັງຫມົດ 348 ເສັ້ນທາງ, ໃນນັ້ນ, ເສັ້ນບິນພາຍໃນມີ 270 ເສັ້ນທາງ, ເສັ້ນບິນສາກົນມີ 74 ເສັ້ນທາງ, ເສັ້ນບິນເຂດແຄວ້ນມີ 4 ເສັ້ນທາງ. ເສັ້ນບິນສາກົນກວມເອົາ 5 ປະເທດອາຊີໃຕ້, 10 ປະເທດອາຊຽນ, ໄດ້ເປີດເສັ້ນບິນໃນ 35 ເມືອງຂອງປະເທດອາຊີໃຕ້ ອາຊີຕາເວັນອອກສ່ຽງໃຕ້. ສະຫນາມບິນສາກົນຊາງຊຸຍນະຄອນຄຸນໝິງເປັນສະໜາມບິນທີ່ເປີດສາຍການບິນໄປປະເທດອາຊີໃຕ້ອາຊີຕາເວັນອອກສ່ຽງໃຕ້ຫລາຍທີ່ສຸດໃນປະເທດຈີນ. ໃນປັດຈຸບັນນີ້, ໂຄງການການກໍ່ສ້າງອາຄານຜູ້ໂດຍສານ T2 ກໍກຳລັງດຳເນີນການກໍ່ສ້າງ, ຮອດປີ 2020, ຄາດວ່າສາມາດຮອງຮັບຜູ້ໂດຍສານໄດ້ປະມານ 67000000 ຄົນຕໍ່ປີ.