ເສດ​ຖະ​ກິດ​ຈີນ​ຂະ​ຫຍາຍ​ຕົວ​ຢ່າງ​ໝັ້ນ​ທ່ຽງ​ແລະ​ມີ​ຄຸນ​ນະ​ພາບ​ສູງກວ່າ​ເກົ່າ

2019-07-16 17:55:33 |ມາຈາກ: CRI

ອົງ​ການ​ສະ​ຖິ​ຕິ​ແຫ່ງ​ຊາດ​ຈີນ​ແຈ້ງ​ໃຫ້​ຮູ້ໃນ​ວັນ​ທີ 15 ກໍ​ລະ​ກົດ​ນີ້​ວ່າ: 6 ເດືອນ​ຕົ້ນ​ປີ​ນີ້, ລວມຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນຫຼື GDP ຂອງ​ຈີນ​ບັນ​ລຸ​ປະ​ມານ 4,509 ຕື້ຢວນ, ເມື່ອ​ຄິດ​ໄລ່​ຕາມ​ລາ​ຄາ​ຄົງ​ທີ່​ແລ້ວ ໄດ້​ເພີ່ມ​ຂຶ້ນ 6,3% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ. ພາຍ​ໃຕ້​ສະ​ພາບ​ການ​ທີ່​ເສດ​ຖະ​ກິດ​ໂລກ​ກຳ​ລັງ​ຜະ​ເຊີນ​ກັບ​ຄວາມ​ຫຍຸ້ງ​ຍາກ​ເນື່ອງ​ຈາກ​ລັດ​ທິ​ຝ່າຍ​ດຽ​ວແລະ​ລັດ​ທິ​ປົກ​ປ້ອງ​ການ​ຄ້າ, ເສດ​ຖະ​ກິດ​ຈີນ​ໄດ້​ຮັກ​ສາ​ຄວາມ​ໝັ້ນ​ທ່ຽງ​ໂດຍ​ລວມ​ແລະ​ຂະ​ຫຍາຍ​ຕົວ​ຢ່າງ​​ໜັກ​ແໜ້ນ​ນັ້ນ​ເປັນ​ຜົນ​ງານ​ທີ່​ໄດ້​ມາ​ບໍ່​ແມ່ນ​ເລື່ອງ​ງ່າຍ, ການ​ຂະ​ຫຍາຍ​ຕົວ​ດ້ານ​ເສດ​ຖະ​ກິດ​ມີ​ຄຸນ​ນະ​ພາບ​ສູງກວ່າ​ເກົ່າ.

ຂະ​ນະ​ດຽວ​ກັນ, ດັ​ດ​ສະ​ນີ​ເສດ​ຖະ​ກິດ​ມະ​ຫາ​ພາກ​ສຳ​ຄັນ​ອື່ນ​ໆ​ເຊັ່ນ ການ​​ຫາ​ວຽກ​ເຮັດ​ງານ​ທຳ, ລາ​ຄາ​ສິນ​ຄ້າ, ລາຍ​ໄດ້​ແລະ​ອື່ນ​ໆ​ກໍ​​ຍັງ​ຢູ່​ໃນ​ລະ​ດັບ​ທີ່​ສົມ​ເຫດ​ສົມ​ຜົນ. ຕົວ​ຢ່າງ​ເຊັ່ນ: ແຕ່​ເດືອນ​ມັງ​ກອນ​ຫາ​ເດືອນ​ມິ​ຖຸ​ນາ​ປີ​ນີ້, ປະ​ຊາ​ຊົນ​ໃນ​ຕົວ​ເມືອງ​ທົ່ວ​ປະ​ເທດ​ໄດ້​​ມີ​ວຽກ​ເຮັດ​ງານ​ທຳເພີ່ມ​ຂຶ້ນ 7,37 ລ້ານ​ຄົນ, ເຊິ່ງ​ສາ​ມາດ​ສຳ​ເລັດ​ເປົ້າ​ໝາຍ​ປີ 2019 ເຖິງ 67%, ສະ​ພາບ​ການ​​ຫາ​ວຽກ​ເຮັດ​ງານ​ທຳ​ມີ​ຄວາມ​ໝັ້ນ​ທ່ຽງ; ດັດ​ຊະ​ນີລາ​ຄາບໍ​ລິ​ໂພກຫຼື CPI ໄດ້​ເພີ່ມ​ຂຶ້ນ 2,2% ເມື່ອທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ ຖື​ວ່າ​ເປັນ​ການ​ເພີ່ມ​ຂຶ້ນ​ຢ່າງ​ນີ້ມນວນ; ດັດ​ຊະ​ນີ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເຫຼົ່າ​ນີ້​ຂະ​ຫຍາຍ​ຕົວ​ຢ່າງ​ໝັ້ນ​ທ່ຽງ​ນັ້ນ​ໄດ້​ສ້າງ​ພື້ນ​ຖານ​ທີ່​ດີ​ໃຫ້​ແກ່​ຈີນ​ໃນ​ການ​ບັນ​ລຸ​ເປົ້າ​ໝາຍ​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ໃນ​ໝົດ​ປີ2019 ນີ້.

ແຕ່ສິ່ງ​ທີ່​​ຕ້ອງ​ເອົາ​ໃຈ​ໃສ່​ນັ້ນ​ກໍ​ຄື ເຖິງວ່າ ປັດ​ຈຸ​ບັນ ຫຼາຍ​ປະ​ເທດ​ຍັງ​ບໍ່​ທັນ​ໄດ້​​ເປີດ​ເຜີຍ​ຂໍ້​ມູນ​ເສດ​ຖະ​ກິດ​ໃນ​ 6 ເດືອນ​ຕົ້ນ​ປີ​ນີ້​ກໍ​ຕາມ, ແຕ່​ອີງ​ຕາມ​ການ​ຄາດ​ຄະ​ເນ​ຂອງ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ຈັງ​ຫວະ​ການ​ເຕີບ​ໂຕ​ໃນ​ລະ​ດັບ 6,3% ຂອງ​ເສດ​ຖະ​ກິດ​ຈີນ​ໃນ 6 ເດືອນ​ຕົ້ນ​ປີ​ນີ້​ຍັງ​ຈະ​ຢູ່​ໃນ​ແຖວ​ໜ້າ​​ຂອງ​ບັນ​ດາ​ກຸ່ມ​ເສດ​ຖະ​ກິດ​ສຳ​ຄັນ​ຂອງ​ໂລກ. ປັດ​ຈຸ​ບັນ, ຈີນ​ໄດ້​ປະ​ກອບ​ສ່ວນ​ຕໍ່​ການ​ຂະ​ຫຍາຍ​ຕົວ​ດ້ານ​ເສດ​ຖະ​ກິດ​​ຂອງໂລກ​ເຖິງ 30%, ໃນ​ຕໍ່​ໜ້າ, ຈີນ​ຍັງ ​ເປັນ​ກຳ​ລັງ​ຂັບ​ເຄື່ອນ​ທີ່​ເຂັ້ມ​ແຂງ​ໃນ​ການ​ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ໂລກ​ຂະ​ຫຍາຍ​ຕົວ.

ສິ່ງ​ສຳ​ຄັນ​ກວ່ານັ້ນ​ກໍ​ຄື, ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຈີນ​ໃນ 6 ເດືອນ​ຕົ້ນ​ປີ​ນີ້​ໄດ້​ປາ​ກົດ​ໃຫ້​ເຫັນ​ຈຸດ​ເດັ່ນ​ທີ່​ສືບ​ຕໍ່​ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ດີ​ຂຶ້ນ, ເບິ່ງ​ຈາກ​ໂຄງ​ປະ​ກອບ​ດ້ານ​ອຸດ​ສາ​ຫະ​ກຳ​ແລ້ວ, ມູນ​ຄ່າ​ເພີ່ມ​ຂອງ​ຂະ​ແໜງ​ການ​ທີ 3 ເຊັ່ນ​ຂະ​ແໜງ​ການ​ບໍ​ລິ​ການ​ເປັນ​ຕົ້ນ ໄດ້​ກວມ GDP ເຖິງ 54,9%. ເພີ່ມ​ຂຶ້ນ 0,5% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ. ​ໃນ​ຂະ​ແໜງ​ການອຸດ​ສາ​ຫະ​ກຳ​ຂະ​ໜາດ​ໃຫຍ່, ​ມູນ​ຄ່າ​ເພີ່ມ​ຂອງອຸດ​ສາ​ຫະ​ກຳ​ຍຸດ​ທະ​ສາດ​ທີ່​ພັດ​ທະ​ນາ​ໃໝ່​ແລະ​ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ເຕັກ​ນິກ​ສູງ​ລ້ວນ​ແຕ່​ສູງກວ່າຈັງ​ຫວະ​ກ​ານ​ເຕີບ​ໂຕ​ໂດຍ​ລວມ ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຈຸດ​ພິ​ເສດ​ທີ່​ພັດ​ທະ​ນາ​ຢ່າງວ່ອງ​ໄວ​ແລະ​ມີ​ຄຸນ​ນະ​ພາບ​ສູງ. ເບິ່ງ​ຈ​າກ​ໂຄງ​ປະ​ກອບດ້ານ​​ຄວາມ​ຕ້ອງ​ການ, ​ລາຍ​ຈ່າຍ​ດ້ານ​ການ​ບໍ​ລິ​ໂພກ​ສຸດ​ທ້າຍ ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຂະ​ຫຍາຍ​ຕົວ​ດ້ານ​ເສດ​ຖະ​ກິດ​ເຖິງ 60,1%, ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ບໍ​ລິ​ໂພກ​ສືບ​ຕໍ່​ເປັນ​ກຳ​ລັງ​ສຳ​ຄັນ​ໃນ​ການ​ຊຸກ​ຍູ້​ເສດ​ຖະ​ກິດ​ໃຫ້​ຂະ​ຫຍາຍ​ຕົວ.

ປີ​ນີ້​ເປັນ​ປີ​ຄົບ​ຮອບ 70 ປີ ແຫ່ງ​ການ​ສາ​ຖາ​ປະ​ນາ​ ສ​ປ ຈີນ, ທັງ​ເປັນ​ປີ​ສຳ​ຄັນ​ໃນ​ການ​ບັນ​ລຸ​ເປົ້າ​ໝາຍ​ການ​ສ້າງ​ສັງ​ຄົມ​ອິ່ມ​ໜຳ​ສຳ​ລານ​ໃຫ້​ສຳ​ເລັດ​ຮອບ​ດ້ານ ຕາມ​ທີ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ກຳ​ນົດ​ໄວ້. ພາຍ​ໃຕ້​ສະ​ພາບ​ເສດ​ຖະ​ກິດ​ໂລກ​ຂະ​ຫ​ຍາຍ​ຕົວ​ຊ້າ​ລົງ​ໂດຍ​ລວມ, ເສດ​ຖະ​ກິດ​ຈີນ​ໃນ​ 6 ເດືອນ​ຕົ້ນ​ປີ​ນີ້​ໄດ້​ຮັບ​ຜົນ​​ດີເປັນ​ທີ່​ໜ້າ​ເພິ່ງ​ພໍ​ໃຈ​ໂດຍ​ລ​ວມນັ້ນ​ເປັນ​ເລື່ອງ​ທີ່​ບໍ່​ງ່າຍ ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ຢ່າງ​ເຕັມ​ສ່ວນ​ວ່າ ເສດ​ຖະ​ກິດ​ຈີນ​ມີ​ຄວາມ​ເຂັ້ມ​ແຂງ​ແລະ​ຄວາມ​ສາ​ມາດ​ຕ້ານ​ຄວາມ​ສ່ຽງ​ຢ່າງ​ສູງ ແລະ​ມີ​ຄວາມ​ສາ​ມາດ​ເຕັມ​ທີ່​ໃນ​ການ​ບັນ​ລຸ​ເປົ້າ​ໝາຍ​ເສດ​ຖະ​ກິດ​ເຕີບ​ໂຕ​ປີ 2019,​ສະ​ນັ້ນ ​ທົ່ວ​ໂລ​ກ​ກໍຄວນ​ມີ​ຄວາມໝັ້ນ​ໃຈ​ຕໍ່​ເສດ​ຖະ​ກິດ​ຈີນ​ຢ່າງ​ແນ່ນອນ.