ນາ​ຍົກ​ຈີນ​ເປັນ​ປະ​ທານ​ຈັດ​ກອງ​ປະ​ຊຸມ​ສົນ​ທະ​ນາ​ຜູ້​ຊ່ຽວ​ຊານ​ແລະ​ນັກ​ທຸ​ລະ​ກິດ​​ກ່ຽວ​ກັບສະ​ພາບ​​ເສດ​ຖະ​ກິດ

2019-07-17 17:34:45 |ມາຈາກ: CRI

ວັນ​ທີ 15 ກໍ​ລະ​ກົດ​ນີ້, ທ່ານ​ຫຼີ​ເຄີ້​ສຽງ, ກຳ​ມະ​ການ​ປະ​ຈຳ​ກົມ​ການ​ເມືອງ​​ສູນ​ກາງພັກ​ກອມ​ມູ​ນິດ​ຈີນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ເປັນ​ປະ​ທານ​ຈັດ​ກອງ​ປະ​ຊຸມ​ສົນ​ທະ​ນາ​ຜູ້​ຊ່ຽວ​ຊານ​ແລະ​ນັກ​ທຸ​ລະ​ກິດ​ກ່ຽວ​ກັບ​ສະ​ພາບ​ເສດ​ຖະ​ກິດ, ເພື່ອ​ວິ​ເຄາະ​ສະ​ພາບ​ການ​ໝູນ​ເດີນ​ເສດ​ຖະ​ກິດ​ໃນ​ປັດ​ຈຸ​ບັນ, ແລະ​ຮັບ​ຟັງ​ຄວາມ​ຄິດ​ເຫັນ​ເພື່ອ​ເຮັດ​ວຽກ​ງານ​ດ້ານ​ເສດ​ຖະ​ກິດ​ໃນ​ບາດ​ກ້າວ​ຕໍ່​ໄປ​ໃຫ້​ດີ.

ທ່ານຫຼີ​ເຄີ້​ສຽງ​ກ່າວ​ວ່າ: ແຕ່​ປີນີ້​ມາ, ເສດ​ຖະ​ກິດຈີນ​ໝູນ​ເດີນ​ໃນ​ຕົວ​ເລກ​ພື້ນ​ຖານ​ທີ່​ສູງ, ແລະ​ສືບ​ຕໍ່​ຮັກ​ສາ​​ຄວາມ​ທຸ່ນ​ທ່ຽງ, ທັງ​ກ້າວ​ເດີນ​ຢ່າງ​ໜັກ​ແໜ້ນ, ອົງ​ກອນ​ໃນ​ຕະຫຼາດ​ໄດ້​ມີ​ພະ​ລັງ​ຊີ​ວິດ​ຊີ​ວາຫຼາຍກວ່າ​ເກົ່າ, ການ​ປະ​ກອບ​ອາ​ຊີບ​ທີ່​ເພີ່ມ​ຂຶ້ນ​ໃໝ່​ໃນ​ຕົວ​ເມືອງ​ມີຫຼາຍ​ກວ່າ 7,3 ລ້ານ​ຄົນ, ພົນ​ລະ​ເມືອງ​ມີ​ລາຍ​ໄດ້​ເພີ່ມ​ຂຶ້ນ, ສິ່ງ​ແວດ​ລ້ອມ​ຊີ​ວະ​ພາບ​ສືບ​ຕໍ່​​ໄດ້ຮັບ​ການ​ປັບ​ປຸງ​ໃຫ້​ດີ​ຂຶ້ນ, ຕົວ​ເລກ​ດັດ​ສະ​ນີ​ຈຳ​ນວນ​ໜຶ່ງ​ດີກວ່າ​ທີ່​ຄາດ​ໝາຍ​ໄວ້, ຜົນ​ສຳ​ເລັດ​ເຫຼົ່າ​ນີ້​​ໄດ້​ມາບໍ່​​ແມ່ນງ່າຍ. ແຕ່ກໍ່​ຕ້ອງໄດ້​ເຫັນການ​ເຕີບ​ໂຕ​​ເສດ​ຖະ​ກິດ​ທົ່ວ​ໂລກ​ໃນ​ປັດ​ຈຸ​ບັນ​​ມີ​ພະ​ລັງ​​ອ່ອນ​ລົງ, ການ​ລົງ​ທຶນ​ດ້ານ​ການ​ຄ້າ​ຊັກ​ຊ້າ​ລົງ, ລັດ​ທິ​ປົກ​ປ້ອງ​ເງີຍ​ຫນ້າ​ຂຶ້ນ, ປັດ​ໃຈ​ທີ່​ກະ​ທົບ​ເຖິງ​ເສດ​ຖະ​ກິດ​ພາຍ​ໃນ​ປະ​ເທດ​ແລະ​ຄວາມ​ຫຍຸ້ງ​ຍາກ​ການ​ທ້າ​ທາຍກໍ່​ມີ​ຫລາຍ, ​ຄວາມ​ກົດ​ດັນ​ເພີ່ມ​ຂຶ້ນ. ​ສະ​ນັ້ນ, ຕ້ອງ​ຊຸກ​ຍູ້​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ຢ່າງ​ໝັ້ນ​ໜຽວບໍ່​ປ່ຽນ​ແປງ, ຊຸກ​ຍູ້​ໃຫ້​ໂຄງ​​ປະ​ກອ​ບເສດ​ຖະ​ກິດ​ຍົກ​ລະ​ດັບ​ຂຶ້ນ, ຮັກ​ສາ​ໃຫ້​ເສດ​ຖະ​ກິດ​ໝູນ​ເດີນ​ຢ່າງ​ທຸ່ນ​ທ່ຽງ, ຊຸກ​ຍູ້​ການ​ພັດ​ທະ​ນາ​​ໃຫ້​ມີ​ຄຸນ​ນະ​ພາບ​ສູງ.

ທ່ານ​ຫຼີ​ເຄີ້​ສຽງ​ຊີ້​ໃຫ້​ເຫັນ​ວ່າ, ຕ້ອງ​ຍຶດ​ໝັ້ນປະ​ຕິ​ບັດ​ນະ​ໂຍ​ບາຍ​ການ​ເງິນ​ທີ່​ຕັ້ງ​ໜ້າ, ​ນະ​ໂຍ​ບາຍ​ເງິນ​ຕາ​​ທີ່​ໝັ້ນ​ທ່ຽງ ແລະ​ນະ​ໂຍ​ບາຍ​ບູ​ລິ​ມະ​ສິດ​ໃຫ້​ແກ່​ການ​ປະ​ກອບ​ອາ​ຊີບ, ໃຫ້​ຄຳ​ໝັ້ນ​ສັນ​ຍາໃນ​ການຫຼຸດ​ພາ​ສີ​ອາ​ກອນ​​ແລະ​ຄ່າ​ທຳ​ນຽມເກືອບ 2 ພັນ​ຕື້ຢວນ​ຕໍ່​ປີ​ໃຫ້​ບັນ​ລຸ​​ຜົນເປັນ​ຈິງ​, ແລະ​ໃຫ້​​ການ​ຄາດ​ໝາຍ​ຂອງວິ​ສາ​ຫະ​ກິດ​​​ມີ​ຄວາມທຸ່ນ​ທ່ຽງ.