ລາຍຮັບຂອງຊາວເມືອງແລະຊາວຊົນນະບົດແຂວງຢຸນນານເພີ້ມຂຶ້ນຢ່າງຕໍ່ເນື່ອງ

2019-07-19 17:54:50 |ມາຈາກ: 云南日报

ວັນທີ 18 ກໍລະກົດ, ຂໍ້ມູນຂອງກົມສະຖິຕິແຫ່ງຊາດສະແດງໃຫ້ເຫັນວ່າ: ນັບແຕ່ປີນີ້ມາ ລາຍຮັບຂອງຊາວເມືອງແລະຊາວຊົນນະບົດແຂວງຢຸນນານບັນລຸການເພີ້ມຂຶ້ນຢ່າງຢ່າງ​ໝັ້ນ​ທ່ຽງ​, ເດືອນມັງກອນ - ເດືອນມິຖຸນາ ໃນປີນີ້ (ເຄິ່ງທຳອິດຂອງປີນີ້), ລາຍຮັບທີ່ໃຊ້ໄດ້ສະເລ່ຍຂອງພົນລະເມືອງ​ແຂວງຢຸນນານ​ແມ່ນ 10380 ຢວນ, ເພີ່ມ​ຂຶ້ນ 9,8 % ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ. ເວລາເຄິ່ງທຳອິດຂອງປີນີ້ , ລາຍຮັບທີ່ໃຊ້ໄດ້ສະເລ່ຍຂອງຊາວເມືອງແຂວງຢຸນນານແມ່ນ 18000 ຢວນ, ເພີ່ມຂຶ້ນ 8,2% , ລາຍຮັບທີ່ໃຊ້ໄດ້ໂດຍສະເລ່ຍຂອງຊາວຊົນນະບົດແຂວງຢຸນນານ ແມ່ນ 5045 ຢວນ, ເພີ່ມຂຶ້ນ 9,9 %.