ສະ​ໜາມ​ກິ​ລາ​ແຫ່ງ​ຊາດ​ກຳ​ປູ​ເຈຍ​ທີ່​ຈີນ​ຊ່ວຍ​ສ້າງນັ້ນ​ແມ່ນ​ຜົນ​ງານ​ການ​ຮ່ວ​ມ​ມື​ລະ​ຫວ່າງ​ສອງ​ປະ​ເທດ

2019-07-30 17:46:16 |ມາຈາກ: CRI

ທ່ານ ຮຸນ​ແຊນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ ໄດ້​ກ່າວ​ຢູ່​ນະ​ຄອນຫຼວງ​ພະ​ນົມ​ເປັນ​ໃນ​ວັນ​ທີ 29 ກໍ​ລະ​ກົດ​ນີ້​ວ່າ: ໂຄງ​ການ​ສະ​ໜ​າມ​ກິ​ລາ​ແຫ່ງ​ຊາດ​ກຳ​ປູ​ເຈຍ​ທີ່​ຈີນ​ຊ່ວຍ​ສ້າງນັ້ນ ແມ່ນ​ຜົນ​ງານ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ໃນ​ການ​ພັດ​ທະ​ນາ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ກຳ​ປູ​ເຈຍ-ຈີນ ແລະ​ຢູ່​ພາຍ​ໃຕ້​ຂອບ​ການ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຮ່ວມ​ກັນ.

ໃນ​ມື້​ດຽວ​ກັນ, ທ່ານ ຮຸນ​ແຊນ ແລະ​ທ່ານ ວາງ​ເວີນ​ທ່ຽນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ກຳ​ປູ​ເຈຍ ໄດ້​ຮ່ວມ​ກັນ​ເປັນ​ປະ​ທານ​​ພິ​ທີຊົມ​ເຊີຍ​ຜົນ​ສຳ​ເລັດ​​ການ​ສ້າງເວ​ທີ​ຜູ້​ຊົມ​ຂອງ​ສະ​ໜາມ​ກິ​ລາ​ດັ່ງ​ກ່າວ ໂດຍ​ມີ​ທ່ານ ທອງ​ຄົນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ທ່ອງ​ທ່ຽວ ທັງ​ເປັນ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ແຫ່ງ​ຊາດ​ກຳ​ປູ​ເຈຍ ພ້ອມ​ດ້ວຍ​ບຸກ​ຄົນ​ວົງ​ການ​ຕ່າງໆ​ຂອງ​ສອງ​ປະ​ເທດ 700 ກວ່າ​ຄົນ​ເຂົ້າ​ຮ່ວມ. ນອກນີ້ ທ່ານ​ ຮຸນ​ແຊນ ຍັງ​ໄດ້​ສະ​ແດງ​ຄວາມ​ເພິ່ງ​ພໍ​ໃຈ​ທີ່​ສຸດ​ຕໍ່​ຄວາມ​ຄືບ​ໜ້າ​ໃນ​ການ​ສ້າງ​ໂຄງ​ການ​ດັ່ງ​ກ່າວ.

ຂ່າວ​ແຈ້ງວ່າ: ໂຄງ​ການ​ສະ​ໜາມ​ກິ​ລາ​ດັ່ງ​ກ່າວກວມ​ເນື້ອ​ທີ່​ປະ​ມານ 16 ເຮັກ​ຕາ, ສະ​ໜາມຫຼັກ​ມີ​ເນື້ອ​ທີ່ກໍ່​ສ້າງ 8 ໝື່ນກວ່າ​ຕາ​ແມັດ, ສາ​ມາດ​ບັນ​ຈຸ​ຜູ້​ຊົມ​ໄດ້ 6 ໝື່ນ​ຄົນ ແລະ​ຄາດ​ວ່າ​ຈະ​ສ້າງ​ສຳ​ເລັດ​ໃນ​ທ້າຍ​ປີ 2020. ຫຼັງ​ຈາກ​ສ້າງ​ສຳ​ເລັດ​ແລ້ວ, ສະ​ໜາມ​ກິ​ລາ​ດັ່ງ​ກ່າວ ຈະ​ສາ​ມາດ​ຈັດ​ງານ​ກິ​ລາ​ລະ​ດັບ​ທະ​ວີບ​ແລະ​ການ​ແຂ່ງ​ຂັນ​ເຕະ​ບານ​ສາ​ກົນ​ຂະ​ໜາດ​ໃຫຍ່​ໄດ້, ຍັງ​ສາ​ມາດ​ຈັດ​ກິດ​ຈະ​ກຳ​ຂະ​ໜາດ​ໃຫຍ່​ຕ່າງໆ ​ລະ​ດັບຊາດ​ໄດ້​ເປັນ​ຕົ້ນ.