“ສອງ​ມາດ​ຕະ​ຖານ” ແມ່ນ​ວິ​ທີ​​ທີ່​ປະ​ເທດ​ຕາ​ເວັນ​ຕົກ​ໃຫ້​ຫຼາຍ​ທີ່​ສຸດ​ເພື່ອແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ປະ​ເທດ​ອື່ນ

2019-07-30 17:47:45 |ມາຈາກ: CRI

ເລີ່ມ​ແຕ່​ກາງ​ເດືອນ​ມິ​ຖຸ​ນາ​ມາ​ນີ້, ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ຈີນ​ໄດ້​ເກີດ​ເຫດ​ການ​​ໃຊ້​ຄວາມຮຸນ​ແຮງ​ຕ່າງໆ​ທີ່​ລະ​ເມີດ​ກົດ​ໝາຍ. ບຸກ​ຄົນ​ປະ​ເທດ​ຕາ​ເວັນ​ຕົກ​ຈຳ​ນວນ​ໜຶ່ງ​ໄດ້​ອອກ​ມາ​ກ່າວ​ຕຳ​ໜິ​ຈີນ​ເລື້ອຍໆ​ແລະ​ໃຊ້​ສອງ​ມາດ​ຕະ​ຖານ​ຕໍ່​ເຫດ​ການ​ເຫຼົ່າ​ນີ້, ປ່​ອຍ​ໃຫ້​ກຸ່ມ​ຄົນ​ເຫຼົ່າ​ນີ້​ກະ​ທຳ​ຄວາມ​ຮຸນ​ແຮງ​ຕາມ​ໃ​ຈ​ຕົນ​ເອງ, ຍິ່ງກວ່າ​ນັ້ນ​ໄດ້​ເວົ້າ​ຍົກ​ຍໍ​ປໍ​ປັ້ນ​ຕໍ່​ຜູ້​ໃຊ້​ຄວາມ​ຮຸນ​ແຮງ​ກໍ​ຄືເຫດ​ການ​ດັ່ງ​ກ່າວ, ແລະ​ຕຳ​ໜິ​ຕິ​ຕຽນ​ການປະ​ຕິ​ບັດ​ກົດ​ໝາຍ​ຕາມ​ປົກ​ກະ​ຕິ​ຂອງ​ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ຊາວຮົງ​ກົງ, ທັງ​ໄດ້​ໃສ່​ຮ້າຍ​ປ້າຍ​ສີ​ວ່າ​ລັດ​ຖະ​ບານ​ຈີນ​ໄດ້​ຫຼຸດ​ເສ​ລີ​ພາບ​ແລະ​ສິດ​ຂອງ​ຮົງ​ກົງ. ຕົວ​ຢ່າງ​ຫຼ້າ​ສຸດ​ກໍ​ຄື ເອ​ລິ​ອອດ ອິງ​ເກວ, ປະ​ທານ​ຄະ​ນະ​ກຳ​​ມາ​ທິ​ການ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ຂອງ​ສະ​ພາ​ຕ່ຳ​ອາ​ເມ​ຣິ​ກາ​ກ່າວ​ໃນ​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ, “ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ຮົງ​ກົງ​ໄດ້ໃຊ້​ຄວາມ​ຮຸນ​ແຮງ​ການ​ສະ​ຫຼາຍ​ກຸ່ມ​ແຫ່​ຂະ​ບວນ​ປະ​ທ້ວງ, ສົ່ງ​ຜົນ​ເຮັດ​ໃຫ້​ຊື່​ສຽງ​​ຂອງ​ຮົງ​ກົງ​ໃນເວ​ທີ​ສາ​ກົນ​ໃນ​ດ້ານການ​ບໍ​ລິ​ຫານ​ແລະ​ຕຸ​ລາ​ການ​​ຖືກ​ເສື່ອມ​ເສຍ”, ຖ້ອຍ​ຄວາມ​ດັ່ງ​ກ່າວ​ທີ່​ບໍ່​ຫົວ​ຊາ​​ກັບຄວາມ​ຈິງ​ນັ້ນໄດ້​ປີ້ນ​ດຳ​ເປັນ​ຂາວ, ​ທັງເປັນ​ການ​ແຊກ​ແຊງວຽກ​ງານ​ພາຍ​ໃນຂອງ​ຮົງ​ກົງ​ແລະ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ​ຢ່າງ​ບັງ​ອາດ​ອີກ​ດ້ວຍ.

ໃນ​ສາຍ​ຕາ​ຂອງ​ນັກ​ການ​ເມືອງ​ປະ​ເທດ​ຕາ​ເວັນ​ຕົກ​ບາງ​ຄົນ​ເຊັ່ນ ເອ​ລິ​ອອດ ອິງ​ເກວ ແລະ​ຜູ້ອື່ນໆ, ການ​ກະ​ທຳ​ຄວາມ​ຮຸນ​ແຮງ​ທີ່​ເກີດ​ຂຶ້ນ​ໃນ​ການ​ແຫ່​ຂະ​ບວ​ນ​ຢູ່​ປະ​ເທດ​ຕາ​ເວັນ​ຕົກ​ຈຶ່ງ​ແມ່ນ​ການ​ກະ​ທຳ​ຄວາມ​ຮຸນ​ແຮງ, ການ​ໂຈມ​ຕີ​ຕຳ​ຫຼວດ​ແລະ​ປະ​ຊາ​ຊົນ​ຂອງ​ປະ​ເທດ​ຕາ​ເວັນ​ຕົກ​ຈຶ່ງ​ແມ່ນ​ຄົນ​ຮ້າຍ, ຕຳ​ຫຼວດ​ມີ​ສິດ​ປາບປາມຜູ້​ປະ​ທ້ວງ; ແຕ່​ວ່າ​ໃນ​ເວ​ລາ​ມີ​ເຫດ​ການ​ກະ​ທຳ​ຄວາມ​ຮຸນ​ແຮງ​ທີ່​ເກີດ​ຂຶ້ນ​ຢູ່​ຮົງ​ກົງ​ແລ້ວ, ຊ້ຳ​ພັດ​ແມ່ນ “ການ​ແຫ່​ຂະ​ບວນ​ປະ​ທ້ວງໂດຍ​ສັນ​ຕິ”, ສອງ​ມາດ​ຕະ​ຖານ​ຢ່າງ​ເປີດ​ແປນ​ແບບ​ນີ້​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ທາດ​ແທ້​ຂອງ​ນັກ​ການ​ເມືອງ​ປະ​ເທດ​ຕາ​ເວັນ​ຕົກ​ບາ​ງ​ຄົນ​ເຊັ່ນ ເອ​ລິ​ອອດ ອິງ​ເກວ ເປັນ​ຄົນ​ຈອມ​ປອມ​​ຫຼອດ​ລວງແລະ​ບໍ່​ມີ​ສິນ​ທຳ​ທີ່​ສຸດເລີຍ.

ຄົນ​ອາ​ເມ​ຣິ​ກາ​ແລະ​ອັງ​ກິດ​ເຫຼົ່າ​ນີ້​ລືມ​ແລ້ວ​ບໍ່? ໃນ​ການ​ເຄື່ອນ​ໄຫວ​ປະ​ທ້ວງ “ຍຶດ​ຄອງ​​ວອນ​ສະ​ທ​ຣິດ”ປີ 2011 ນັ້ນ, ຕຳຫຼວດ​ອາ​ເມ​ຣິ​ກາ​ໄດ້​ພົ່ນ​ນ້ຳ​ໝາກ​ເຜັດແລະ​ຍິງ​ລູກ​ປືນ​ຢາງ​ໃສ່​ຜູ້​​ປະ​ທ້ວງ; ປີ​ດຽວ​ກັນ, ​ເຫດ​ການ​ປັ່ນ​ປ່ວນ​ທີ່​ເກີດ​ຂຶ້ນ​ຢູ່​ລອນດອນ​ແລະ​ແຫ່ງ​ຕ່າງ​ໆ​ນັ້ນ, ຕຳຫຼວດ​ອັງ​ກິດ​ໄດ້​ໃຊ້​ລົດ​ສີດ​ນ້ຳ​ທີ່​ມີ​ຄວາມ​ແຮງ​ສູງ​​ສະຫຼາຍ​ພວກກໍ່​​ເຫດ​ປັ່ນ​ປ່ວນ. ແຕ່​​ຖ້າກ່ຽວ​ພັນ​ເຖິງ​ຮົງ​ກົງ, ພວກ​ນັກ​ການ​ເມືອງ​ຂອງ​ອາ​ເມ​ຣິ​ກາ​ແລະ​ອັງ​ກິດ​ເຫຼົ່າ​ນີ້​ພັດ​ປ່​ຽນ​ໜ້າ​ຕາ​ໃນ​ທັນ​ທີ, ບໍ່​ພຽງ​ແຕ່​ເບິ່ງ​ຂ້າມ​ຕຳຫຼວດ​ຮົງ​ກົງ​ໃຊ້​ຄວາມ​ອົດ​ທົນ​ອົດ​ກັ້ນ​ຢ່າງ​ສຸດ​ຂີດ​ໃນ​ເວ​ລາ​ສະຫຼາຍ​ການ​ເຄື່ອນ​ໄຫວ​ດ້ວຍ​ຄວາມ​ຮຸນ​ແຮງ​ແລະ​ການ​ຕັ້ງ​​ໃຈ​ທ້າ​ທາຍ​ເກາະ​ຜິດ​ຂອງ​​ກຸ່ມ​ຫົວ​ຮຸນ​ແຮງ, ຍັງ​ຕຳ​ໜິ​ຢ່າງ​ເປີດ​ແປນ​ແລະ​ຮ້າຍ​ກາດ​ທີ່​ສຸດ​ຕໍ່​ຕຳຫຼວດ​ຮົງ​ກົງ​ທີ່ປະ​ຕິ​ບັດ​ກົດ​ໝາຍ​​ທີ່​ຖືກ​ຕ້ອງ​ຕາມ​ປົກ​ກະ​ຕິອີກ​ດ້ວຍ.

ສື່ມວນ​ຊົນ​​ຈຳ​ນວນ​ໜຶ່ງຂອງ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ໄດ້​ອວດ​ອ້າງ​ຕົນ​ເອງວ່າ​ມີ​ພາ​ວະ​ວິ​ໄສ​ແລະ​ຍຸດ​ຕິ​ທຳ​ມາ​ໂດຍ​ຕະຫຼອດ, ແຕ່​ໃນ​ເວ​ລາ​ຢູ່​ຕໍ່​ໜ້າ​ບາງ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ແລະ​ນັກ​ການ​ເມືອງ​ທີ່​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ຮົງ​ກົງ​ນັ້ນ, ພັດ​​ປິດ​ຫູ​ປິດ​ຕາ​ໂດຍບໍ່​ສົນ​ໃຈ​ກັບ​ຄວາມ​ເປັນ​ຈິງ​ເລີຍ. ໃນ​ເວ​ລາ​ລາຍ​ງານຂ່າວ​ເຫດ​ການ​ໃຊ້​ຄວາມ​​ຮຸນ​ແຮງ​ທີ່​ເກີດ​ຂຶ້ນ​ຢູ່ຮົງ​ກົງ​ໃນ​ຫວ່າງມໍ່ໆ​ມາ​ນີ້, ພວກ​ເຂົາ​ລາຍ​ງານພຽງ​ແຕ່ “​ຜົນ​ຮ້າຍຢ້ອນຫຼັງ”, ພັດ​ຕັ້ງ​ໃຈຫຼົບຫຼີກ “ສາຍ​ເຫດ”ຂອງ​ມັນ, ໂດຍ​ສະ​ເພາະ​ໄດ້​ເວົ້າ​​ເຖິງ​ພຽງ​ແຕ່​ເລັກ​ໜ້ອຍ​ແລະ​ບໍ່​ເປັນ​ທາງ​ການ​ຕໍ່​ການ​ກະ​ທຳ​ທີ່​ທ້າ​ທາຍ​ເກາະ​ຜິດ​ຂອງ​ພວກ​ຫົວ​ຮຸນ​ແຮງ. ຕົວ​ຢ່າງ​ຄື: ວັນ​ທີ 12 ມີ​ຖຸ​ນານີ້, ​ຢູ່ເຂດ​ຈິ່ນ​ຈົ່ງ ​ເຊິ່ງ​ເປັນທີ່​ຕັ້ງ​ຂອງ​ສຳ​ນັກ​ງານ​ໃຫຍ່​ອົງ​ການ​ປົກ​ຄອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ແລະ​ຕຶກ​ສະ​ພາ​ນິ​ຕິ​ບັນ​ຍັດ​ໄດ້​ເກີດ​ເຫດ​ການ​ປັ່ນ​ປ່ວນ, ສື່ຫຼັກ​ແຫ່ງ​ໜຶ່ງ​ຂອງ​​ອັງ​ກິດໄດ້​​ລາຍ​ງານວ່າ​​ຕຳຫຼວດ​ຍິງ​ລູກ​​ປືນຢາງ​ແລະ​ແກ​ສ​ນ້ຳ​ຕາ​ຕໍ່​ພວກ​ຫົວ​ຮຸນ​ແຮງ​ທີ່ກໍ່​ການ​ປັ່ນ​ປ່ວນ, ພັດ​ບໍ່​ກ່າວ​ເຖິງ​ພວກ​ຫົວ​ຮຸນ​ແຮງ​ເຫຼົ່າ​ນີ້​​ໄດ້ບຸກ​ເຂົ້າ​ເຂດ​ປ້ອງ​ກັນ​ຂອງ​ຕຳຫຼວດ​ແລະ​ໃຊ້​ອາ​ວຸດ​ອັນ​ຕະ​ລາຍ​ທຳ​ລາຍ​ຕຳ​ຫຼວດ​ຈັກ​ຄຳ​ໜຶ່ງ​ເລີຍ.

ວັນ​ທີ 14 ກໍລະກົດ​ນີ້, ນີ້ວມື​ຂອງຕຳຫຼວດຮົງ​ກົງ​ຜູ້​ໜຶ່ງ​ໄດ້​ຖືກ​ກັດ​ຂາດ​ໂດຍ​ຜູ້​ປະ​ທ້ວງ, ​ແຕ່​ສື່​ມວນ​ຊົນຝ່າຍ​ຕາ​ເວັນ​ຕົກ​ບໍ່​ເຄີຍ​ລາຍ​ງານ​ກ່ຽວ​ກັບ​ເລື່ອງນີ້​ເລີຍ. ວັນ​ທີ 21 ກໍລະກົດ​ນີ້, ມີ​ກຸ່ມ​ຜູ້​ປະ​ທ້ວງ​ໄດ້​ທຳລາຍ​ເຄື່ອງໝາຍ​ຊາດ ​ເຊິ່ງ​ເປັນ​ເລື່ອງ​ທີ່​ປະ​ເທດ​ທີ່​ມີ​ອະທິປະ​ໄຕ​ບໍ່​ສາມາດ​ຮັບ​ໄດ້, ​ແຕ່​ສື່​ມວນ​ຊົນ​ຝ່າຍ​ຕາ​ເວັນ​ຕົກ​ກໍ​ບໍ່​ລາຍ​ງານ​ເລື່ອງ​ນີ້​ເຊັ່ນ​ກັນ. ຂໍ​ຖາມ​ວ່າ​ພວກ​ເຂົາ​ມີ​ຄຸນ​ວຸດ​ທິຊິ​ເອີ່ຍ​ເຖິງ​ພາວະ​ວິ​ໄສ ​ແລະ​ເປັນຄວາມ​ທຳ​ໄດ້​ແນວ​ໃດ?! ພວກ​ເຂົາ​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ປະ​ເທດ​ອື່ນໆ ​ເຊິ່ງບໍ່​ພຽງ​ແຕ່​ເປັນ​ການລະ​ເມີດ​ກົດໝາຍ​ສາກົນ​ເທົ່າ​ນັ້ນ, ​ແຕ່​ຍັງ​ເປັນ​ການລະ​ເມີດ​ຫຼັກການ​ພື້ນຖານ​ຂອງ​ສາຍ​ພົວພັນ​ສາກົນ​ອີກ​ດ້ວຍ. ການ​ວິພາກ​ວິຈານ​ວຽກ​ງານ​ພາຍ​ໃນ​ປະ​ເທດ​ອື່ນໆ​ດ້ວຍ “ສອງ​ມາດຕະຖານ” ​ເປັນ​ວິທີ​ທີ່​ນັກ​ການ​ເມືອງ ​ແລະ​ສື່​ມວນ​ຊົນ​ຝ່າຍ​ຕາ​ເວັນ​ຕົກ​ຈຳນວນ​ໜຶ່ງ​ນຳ​ໃຊ້​ເລື້ອຍໆ. ປັດຈຸບັນ​ນີ້, ພວກ​ເຂົາ​ລາຍ​ງານ​ການ​ເດີນ​ຂະ​ບວນປະ​ທ້ວງ​ໄປ​ຕາມ​ຖະໜົນ ​ແລະ​ເຫດການ​ຄວາມ​ຮຸນ​ແຮງ​ທີ່​ເກີດ​ຂຶ້ນ​ຢູ່​ຮົງ​ກົງ​ໃນ​ມໍ່​ໆ​ນີ້​ຢ່າງ​ບໍ່​ຖືກຕ້ອງ​ຕາມ​ຄວາມ​ເປັນ​ຈິງ, ​ເພື່ອ​ຍຸຍົງ​ສົ່ງ​ເສີມ​ໃຫ້​ເຫັນ​ການ​ຈະລາຈົນ​ຮຸນ​​ແຮງ​ຂຶ້ນ​ເລື້ອຍໆ ​ເພື່ອ​ສ້າງ​ສິ່ງ​ກີດຂວາງ​ຕໍ່​ການ​ພັດທະນາ​ຂອງ​ຈີນ​ດ້ວຍ​ການ​ສ້າງ​ຄວາມ​ວຸ້ນວາຍ​ຢູ່​ຮົງ​ກົງ ​ເຊິ່ງ​ເປັນ​ເຈຕະນາ​ຮ້າຍ​ແຮງ​ທີ່​ສຸດ ​ແລະ​ເປັນ​ການ​ກະທຳ​ທີ່​ຕ່ຳຕ້ອຍ​ແທ້ໆ! ລັດຖະບານ, ຕຳຫຼວດ ​ແລະ​ປະຊາຊົນ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​​ເດັດດ່ຽວ​ບໍ່​ໃຫ້​ອິດ​ທິກຳລັງ​ພາຍ​ນອກ ​ແລະ​ຜູ້​ໃດ​ກໍ່ຕາມ​ມາ​ທຳລາຍ​ພື້ນຖານ​ການ​ປົກຄອງ​ດ້ວຍ​ກົດໝາຍ​ຂອງ​ຮົງ​ກົງ​ຢ່າງ​ເດັດຂາດ. ຂະນະ​ທີ່​ຈີນ​ກໍ​ບໍ່​ສາມາດ​ເຫັນ​ສະພາບ​ການ​ວຸ້ນວາຍ​ທີ່​ທຳລາຍ​ອະທິປະ​ໄຕ ​ແລະ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ ກໍ​ຄື​ຄວາມ​ຈະ​ເລີ​ນຮຸ່ງ​​ເຮືອງ ​ແລະ​ຄວາມ​ໝັ້ນຄົງ​ຂອງ​ຮົງ​ກົງ​ຜັນ​ແປ ​ແລະ​ຂະຫຍາຍ​ໄປ​ຕາມ​ທິດ​ທີ່​ບໍ່​ສາມາດ​ແກ້​ໄຂ​​ໄດ້​ຢ່າງ​ເດັດຂາດ.