ຫວັງ​ວ່າວົງ​ການ​ຕ່າງໆ​ໃນ​ຮົງ​ກົງ​ຈະ​ຕໍ່​ຕ້ານ​ແລະ​ສະ​ກັດ​ກັ້ນ​ກຳ​ລັງ​ຮຸນ​ແຮງ​ຢ່າງ​​ເດັດ​ຂາດ

2019-07-30 17:49:31 |ມາຈາກ: CRI

ວັນ​ທີ 29 ກໍ​ລະ​ກົດ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ຢາງ​ກ່ວງ, ໂຄ​ສົກຫ້ອງ​ການ​ວຽກ​ງານ​ຮົງ​ກົງ​​ແລະມາ​ເກົາ​ຂອງ​ຄະ​ນະ​ລັດ​ຖະ​ບານ​ຈີນກ່າວ​ວ່າ: ການ​ຜັນ​ແປ​ແລະ​ຂະ​ຫຍາຍ​ຕົວ​ຂອງ​ເຫດ​ການ​ຢູ່​ຮົງ​ກົງ​ໃນ​ຫວ່າງມໍ່ໆ​ມານີ້, ໂດຍ​ສະ​ເພາະ​ແມ່ນ​ການ​ເຄື່ອນ​ໄຫວ​ດ້ວຍ​ຄວາມ​ຮຸນ​ແຮງ​ທີ່​ພວກ​ຫົວ​ຮຸນ​ແຮງ​ສ່ວນ​ໜ້ອຍກໍ່​ຂຶ້ນ​ນັ້ນ ໄດ້​ທຳ​ລາຍ​ສະ​ພາບ​​ຄວາມ​ຈະ​ເລີນຮຸ່ງ​ເຮືອງ​ແລະ​ຄວາມ​ໝັ້ນ​ຄົງ​ຂອງ​ຮົງ​ກົງ​ຢ່າງ​ໜັກ​ໜ່ວງ, ຫວັງ​ວ່າ​ບຸກ​ຄົນ​ວົງ​ການ​ຕ່າງໆ​ຂອງ​ຮົງ​ກົງ​​ຈະ​ພ້ອມ​ກັນຕໍ່​ຕ້ານ​ແລະ​ສະ​ກັດ​ກັ້ນ​ກຳ​ລັງ​ຮຸນ​ແຮງ​ຢ່າງ​​ເດັດ​ຂາດ.

ທ່ານ​ຢາງ​ກ່ວງ​ ​ກ່າວ​ຄຳ​ດັ່ງ​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຂອງ​ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ຄະ​ນະ​ລັດ​ຖະ​ບານ​ຈີນ. ທ່ານ​ກ່າວ​ວ່າ, ການ​ປ່ຽນ​ແປງ​ແລະ​ການ​ຂະ​ຫຍາຍ​ຕົວ​ຂອງ​ເຫດ​ການ​ຢູ່​ຮົງ​ກົງ​ໃນ​ຫວ່າງມໍ່​ໆ​ມານີ້ ໄດ້​ເປັນ​ການ​ທ້າ​ທາຍ​​ເກາະ​ຜິດ​ຕໍ່ການ​ປົກ​ຄອງ​ດ້ວຍ​ກົດ​ໝາຍ​ແລະ​ລະ​ບຽບ​​ສັງ​ຄົມ​ຂອງ​ຮົງ​ກົງ, ໄດ້​ຂົ່ມ​ຂູ່​ເຖິງ​ຄວາມ​ປອດ​ໄພ​ດ້ານ​ຊີ​ວິດ​ແລະ​ຊັບ​ສິນ​ຂອງ​ພົນ​ລະ​ເມືອງ​ຮົງ​ກົງຢ່າງ​ໜັກ​ໜ່ວງ, ແລະກໍ່​ໄດ້​ກະ​ທົບ​ເຖິງ​ຂັ້ນ​ຕ່ຳ​ສຸດ​ຂອງ​ຫຼັກ​ການ “ປະ​ເທດ​ດຽວ​ສອງ​ລະ​ບອບ”ຢ່າງ​ໜັກ​ໜ່ວງ, ແມ່ນບໍ່​ສາ​ມາດ​​ຮັບ​ເອົາໄດ້​ຢ່າງ​ເດັດ​ຂາດ. ສັງ​ຄົມ​​ໃດໆ​ກໍ່​ຕາມ​ທີ່​ມີອາ​ລະ​ຍະ​ທຳ​ແລະ​ປົກ​ຄອງ​ດ້ວຍ​ກົດ​ໝາຍ​ແມ່ນບໍ່​ສາ​ມາດ​ອະ​ນຸ​ຍາດ​ໃຫ້​ມີ​​ການ​ໃຊ້ກຳ​ລັງ​​ຮຸນ​ແຮງ​ເພື່ອ​ແກ້​ໄຂ​ບັນ​ຫາ​ຢ່າງ​ເດັດ​ຂາດ. ຫວັງ​ວ່າ​​ຊາວ​ເມືອງ​ຮົງ​ກົງ​ອັນ​ໄພ​ສານ​ສາ​ມາ​ດ​ຮັບ​ຮູ້​ເຖິງ​​ເຫດ​ການ​ທີ່​ໜັກ​ໜ່ວງ​​ດັ່ງ​ກ່າວ, ພ້ອມ​ກັນ​ຕຳ​ໜິ​ການ​ກະ​ທຳ​ທີ່​ຜິດ​ກົດ​ໝາຍ​ຂອງ​ພວກ​ຫົວ​ຮຸນ​ແຮງ, ສະ​ກັດ​ກັ້ນ​ບໍ່​ໃຫ້​ພວກ​ເຂົາ​ເຈົ້າ​ທຳຮ້າຍ​ຮົງ​ກົງອີກ​ຕໍ່​ໄປ.